Header Ads

test

7 ເຫດກຜົນທີ່ທ່ານບໍ່ຄວນເປັນພະນັກງານປະຈຳ





1.    ເພດານເງິນເດືອນ

ກ່ອນອື່ນເຮົາຕ້ອງເຂົ້າໃຈແບບນີ້ກ່ອນວ່າ ເງິນເດືອນພະນັກງານກໍ່ຄືລາຍຈ່າຍຂອງບໍລິສັດ ຖ້າທ່ານເປັນເຈົ້າຂອງບໍລິສັດທ່ານຢາກໃຫ້ລາຍຈ່າຍຂອງບໍລິສັດສູງບໍລະ? ກໍຄົງບໍ່ ນີ້ຈຶ່ງບໍ່ແປກໃຈເລີຍທີ່ເປັນຫຍັງເງິນເດືອນຈຶ່ງເໜັງຕີງຍາກຫຼາຍ ແຖມຍັງມີເພດານກັ້ນເອົາໄວ້ອີກ ເຊິ່ງການເພິ່ມພະນັກງານຄືທາງເລືອກສຸດທ້າຍຂອງນາຍຈ້າງ ທາງອອກຂອງພວກນາຍຈ້າງກໍ່ຄື ການໃຫ້ເງິນເດືອນໜ້ອຍທີ່ສຸດຈົນເຖິງຈຸດທີ່ພະນັກງານບໍ່ຈົ່ມເທົ່ານັ້ນ

ຫຼືໃນອີກກໍລະນີໜຶ່ງ ທ່ານມີງິນເດືອນຢູ່ບ່ອນເຮັດວຽກເກົ່າ 2000,000 ກິບ ແຕ່ຢູ່ມາມື້ໜຶ່ງມີບໍລິສັດໃໝ່ຢາກໄດ້ເຈົ້າໄປເຮັດວຽກກັບເຂົາ ໂດຍຍື່ນຂໍ້ສະເໝີເປັນເງິນເດືອນ 3500,000 ກີບ  ນາຍຈ້າງບ່ອນເຮັດວຽກເກົ່າຂອງເຈົ້າເມື່ອຮູ້ເຂົ້າ ເຂົາບໍ່ຢາກໃຫ້ເຈົ້າໄປ ຈຶ່ງປັບເງິນເດືອນໃຫ້ເຈົ້າເປັນ 3500,000 ກີບ ສໍ່າກັນ ແລ້ວຍັງແຖມສິດທິພິເສດຕ່າງໆໃຫ້ເຈົ້ານຳອີກ ເຊັ່ນ: ຫຼຸດເວລາຂອງການເຮັດວຽກຢູ່ຫ້ອງການລົງ ແຖມຍັງມີລົດປະຈຳຕໍາແໜ່ງໃຫ້ນຳອີກ.

ເຢ! ໃນທີ່ສຸດກໍ່ສາມາດຮຽກຮ້ອງເງິນເດືອນເພີ່ມຂຶ້ນໄດ້ ຟັງເບິ່ງຄືໜ້າຈະເປັນເລື່ອງທີ່ຄວນດີໃຈ ແຕ່ເບິ່ງໃນທາງກັບກັນຂ້ອຍກັບຄິດວ່າມັນບໍ່ໄດ້ໜ້າດີໃຈແມ່ນແຕ່ໜ້ອຍດຽວ ຍ້ອນຫຍັງລະ?

ຄຳຕອບຄືເປັນຫຍັງກ່ອນໜ້ານີເຂົາເຖິງບໍ່ໃຫ້ເຮົາລະນັ້ນກໍ່ແປວ່າເຈົ້າສົມຄວນຈະໄດ້ມັນມາແຕ່ດົນແລ້ວແຕ່ເຂົາບໍ່ໃຫ້ເຈົ້າຕ່າງຫາກ!!! ສາເຫດກໍຍ້ອນເຈົ້າຍັງບໍ່ເຄີຍຈົ່ມຫັນລະ.





2.    ແພ້ອັດຕາເງິນເຟີ້

ເງິນເຟີ້ (Inflation) ຄືພາວະທີ່ລາຄາສີນຄ້າ ແລະ ບໍລິການຕ່າງໆຈະມີລາຄາເພີ່ມສູງຂຶ້ນເລື້ອຍໆ ເຮັດໃຫ້ຄ່າເງິນຂອງເຮົາຫຼຸດໜ້ອຍລົງ ເງິນຈຳນວນເດີມທີ່ເຄີຍຊື້ເຂົ້າລາດໜ້າໄດ້ໜຶ່ງຈານ ເມື່ອເວລາຜ່ານໄປ ເງິນຈຳນວນດຽວກັນນັ້ນກັບຊື້ເຂົ້າຈານເກົ່າບໍ່ໄດ້ອີກແລ້ວ ນັ້ນກໍ່ແປວ່າຖ້າເວລາຜ່ານໄປແລ້ວທ່ານຍັງໄດ້ເງິນເດືອນສໍ່າເກົ່າແຖມລາຄາສິນຄ້າແຕ່ລະຢ່າງກໍ່ແພງຂຶ້ນຍ້ອນເງິນເຟີ້ນັ້ນກໍເທົ່າກັບວ່າທ່ານໄດ້ເງິນເດືອນໜ້ອຍລົງເລື້ອຍໆ.




3.    ມີການເລີກຈ້າງຫຼືເຊີນອອກ

ຫຼາຍຄົນເລືອກເຮັດວຽກປະຈຳຍ້ອນເຫັນວ່າມັນໝັ້ນຄົງ ແຕ່ລອງຄິດເບິ່ງດີໆວ່າມັນໝັ້ນຄົງແທ້ບໍ? ທ່ານເຄີຍເຫັນຂ່າວຜ່ານທາງສື່ຕ່າງໆບໍ່ວ່າບໍລິສັດຖືກປິດໂຕ ແລະ ພະນັກງານກໍຖືກລອຍແພ ຫຼື ບໍ່ກໍອ້າງວ່າບໍລິສັດຍອດຕົກຂາດທຶນຖ້າດີສຸດກະພຽງແຕ່ຕັດເງິນເດືອນພະນັກງານ ແຕ່ຖ້າຮ້າຍກວ່ານັ້ນບໍລິສັດກໍ່ຈະຄັດຄົນທີ່ບໍມີປະໂຫຍດຕໍ່ອົງກອນອອກ ແບບນີ້ບໍທີ່ທ່ານຄິດວ່າມັນໝັ້ນຄົງ ເພາະສຸດທ້າຍແລ້ວທຸກຢ່າງຂອງການຕັດສິນໃຈມັນບໍໄດ້ມາຈາກທ່ານ ທ່ານບໍ່ສາມາດຄວບຄຸມອິຫຍັງໄດ້ເລີຍ ເວັ້ນເສຍແຕ່ທ່ານຈະເຮັດວຍກອິດສະລະ ຫຼື ບໍກໍ່ເປັນເຈົ້ານາຍໂຕເອງ.




4.    ເພິ່ງພາຄົນອື່ນ

ຫຼາຍຄົນຄິດວ່າອົງກອນຕາງຫາກທີ່ເພິ່ງພາເຮົາ ເຮົາເຮັດວຽກໃຫ້ບໍລິສັດ ຖ້າບໍ່ມີເຮົາບໍລິສັດຕ້ອງລຳບາກແນ່ນອນ ແຕ່ທ່ານໝັ້ນໃຈບໍວ່າຄວາມຈິງມັນເປັນແບບນັ້ນ

ທ່ານຄົງຄິດວ່າໃນມື້ທີ່ທ່ານຍ່າງອອກມາຈາກບໍລິສັດໄປແລ້ວອົງກອນຕ້ອງລົ້ມສະຫຼາຍຫາຍໄປວັບກັບຕາແບບນັ້ນບໍ?

ຄວາມຈິງຄືບໍ່ດົນຈະມີຄົນໃໝ່ໆມາເຮັດວຽກແທນທ່ານ ນັ່ງເຮັດວຽກໃນໂຕະທີ່ເຄີຍເປັນຂອງທ່ານ, ໄດ້ເງິນເດືອນທີ່ເຄີຍເປັນຂອງທ່ານ ທຸກສິ່ງທຸກຢ່າງທີ່ເຄີຍເປັນຂອງທ່ານ ທຸກສິ່ງທຸຢ່າງທີ່ທ່ານເຄີຍໄດ້ເຂົາກໍຈະຫາຄົນໃໝ່ເຂົ້າມາແທນ.

 

ບໍລິສັດຂາດທ່ານ ເຂົາຫາຄົນແທ່ນໃໝ່ໄດ້

ແຕ່ຖ້າຄອບຄົວຂາດທ່ານ ຫາຄົນແທນໃໝ່ບໍ່ໄດ້” 




5.    ເຮົາຄວບຄຸມອິຫຍັງບໍ່ໄດ້ເລີຍ

ຖ້າທ່ານເປັນພະນັກງານປະຈຳ ໂດຍສະເພາະຊີວິດຄົນເມືອງ ຊີວິດຂອງທ່ານກໍບໍ່ຕ່າງຫຍັງຈາກຫຸ່ນຍົນດີໆນີ້ເອງບາງຄົນອາດຈະຖຽງວ່າບໍ່ແມ່ນ ແຕ່ທ່ານເຄີຍລອງສັງເກດໂຕເອງບໍ່ວ່າໃນແຕລະມື້ທ່ານຕື່ນເວລາເດີມ,ເຮັດກິດຈະວັດແບບເກົ່າໆ, ເດີນທາງ ແລະເຈິລົດຕິດໃນເສັ້ນທາງເກົ່າໆ, ອາຫານກໍກິນຮ້ານເກົ່າໆທີ່ເຄີຍກິນ, ເມືອຮອດເຮືອນເວລາເກົ່າ ພໍນອນຕື່ນເຊົ້າມາກໍວົນ loop ຢູ່ແບບເດີມ ຊໍ້າແລ້ວ ຊໍ້າອີກ ຕົກລົງຊີວິດມີສໍ່ານີ້?

ເທົ່ານັ້ນຍັງບໍ່ພໍບາງບໍລິສັດແຮງໂຫດຄວບຄຸມພະນັກງານບໍລິສັດບໍຕ່າງຫຍັງຈາກເດັກນ້ອຍ ທີ່ຖືກຜູ້ປົກຄອງບັງຄັບ ເຊັ່ນ: ຫ້າມໍຫຼີ້ນ Line , Facebook, YouTube ທີ່ສຳຄັນຫ້າມເຮັດວຽກພິເສດຢ່າງອື່ນ ແມ່ນແຕ່ຈະນອກເວລາວຽກກໍ່ຕາມ ຟັງແລ້ວຄືກັບວ່າເຮົາຍົກທັງຊີວິດໃຫ້ເຂົາເລີຍ ຟັງເບິ່ງແລ້ວຄືໂຫດຮ້າຍ ແຕ່ມັນຄືເລື່ອງຈິງຂອງສັງຄົມ ທີ່ເຊື່ອວ່າຫຼາຍຄົນອາດຈະເຈິມາແລ້ວ ບາດນີ້ທ່ານລອງຖາມໂຕເອງເບິ່ງດູວ່າ ທ່ານກຳລັງເຮັດວຽກໜັກເພື່ອໂຕທ່ານເອງ ຫຼືກຳລັງເຮັດມັນເພື່ອຄົນອື່ນກັນແທ້?






6.    ພາສີ

ສຳລັບພະນັກງານປະຈຳ ເມື່ອເງິນເດືອນຂອງທ່ານເຂົ້າປຸບ ສິ່ງທຳອິດທີ່ທ່ານຖືກຕັ້ງແຕ່ເງິນເດືອນຂອງທ່ານຍັງບໍ່ເຖິງມືເລີຍກໍຄືຖືກຫັກພາສີເງິນເດືອນ  ເຊິ່ງຕ່າງຈາກຄົນທີ່ເປັນເຈົ້າຂອງກິດຈະການ ເມື່ອມີລາຍໄດ້ເຂົ້າມາ ເຂົາຍັງບໍ່ຕ້ອງເສຍພາສີເນາະ ເຂົາເອົາຄ່າໃຊ້ຈ່າຍຕ່າງໆທີ່ເກີດຂື້ນມາຫັກເປັນຄ່າໃຊ້ຈ່າຍ ແລ້ວຈັ່ງຄິດພາສີຫຼັງຈາກຍອດລາຍໄດ້ຫຼັງຫັກຄ່າໃຊ້ຈ່າຍແລ້ວ ນີ້ເປັນຈຸດແຕກຕ່າງກັນຫຼາຍລະຫວ່າງພະນັກງານປະຈຳກັບເຈົ້າຂອງກິດຈະການ.






7.    ສະບາຍຈົນເຄີຍໂຕ

ເລື່ອງນີ້ເບິ່ງຄືບໍ່ສຳຄັນ ແຕ່ມັນຄືໄພທີ່ແນມບໍ່ເຫັນ ແຕ່ທຳລາຍຊີວິດເຮົາໄດ້ຫຼາຍທີ່ສຸດ ການທີ່ທ່ານເລືອກເຮັດວຽກປະຈຳນັ້ນວ່າກັນຕົງໆເລີຍກໍຍ້ອນວ່າມັນສະບາຍ ມີແຕ່ເຮັດອິຫຍັງເກົ່າໆ ຊໍ້າໆ ພຍງແຕ່ເຮັດນ້າທີ່ຂອງເຈົ້າໄປບໍ່ຕ້ອງແບກຮັບພາລະອິຫຍັງ ບໍ່ຕ້ອງຫ່ວງວ່າຈະໄດ້ກຳໄລຫຼືຂາດທຶນ ບໍ່ຕ້ອງສົນໃຈສະພາບເສດຖະກິດ ພຽງແຕ່ເຮັດໆໄປເຖິງທ້າຍເດືອນກໍໄດ້ເງິນເດືອນແນ່ນອນ ມັນຈຶ່ງເຮັດໃຫ້ທ່ານຢູ່ແຕ່ໃນ Comfort Zone ຈົນພໍດົນໆເຂົ້າ ທ່ານຈະເລີ່ມບໍ່ຄິດອິຫຍັງ ບໍ່ກະຕືລືລົ້ນ ເຮັດກະເຮັດ ບໍເຮັດກະໄດ້ ທຸກຢ່າງວົນລູບຢູ່ບ່ອນເກົ່າ.

ເຊື່ອຂ້ອຍເທາະວ່າ “There is No Success in Comfort Zone” ບໍ່ມີຄວາມສຳເລັດໃດ ຖ້າທ່ານຢູ່ໃນພື້ນທີ່ສະບາຍດອກ.


ໂດຍ: ວິລະ ພູນວົງສາ, ເຈົ້າຂອງ ເພຈ Hub-Design  23 ເມສາ 2021


---------------------------------------------------------------------------

ຖ້າຫາກທ່ານໃດສົນໃຈກຽ່ວກັບການອອກແບບທີ່ຫຼາກຫຼາຍ ແລະ ຢາກໃຊ້ບໍລິການອອກແບບຂອງພວກເຮົາສາມາດຕິດຕໍ່ໄດ້ທີ່:
Facebook Fan page : HUB Design
Email: HUBDesignlao@gmail.com
ສອບຖາມ: 020 5998 3540






No comments