ທ່ານຮູ້ແລ້ວຫຼືຍັງວ່າ ວັນຂີ້ຕົວະ ຫຼື April Fool’s Day ມີທີ່ມາເລີ່ມມາແຕ່ໃສ?
ທ່ານຮູ້ແລ້ວຫຼືຍັງວ່າ ວັນຂີ້ຕົວະ ຫຼື April Fool’s Day ມີທີ່ມາເລີ່ມມາແຕ່ໃສ?
ມື້ຂີ້ຕົວະ ມີຊື່ເອີ້ນຢ່າງເປັນທາງການວ່າ “ວັນເມສາໜ້າໂງ່” ຫຼື April Fool’s Day ປະຫວັດຂອງມື້ດັ່ງກ່າວ ເລີ່ມຕົ້ນທີ່ປະເທດຟຣັ່ງ ໃນຍຸກ ສະຕະວັດທີ 16 ຕອນນັ້ນຄົນຟຣັ່ງມີມື້ຂຶ້ນປີໃໝ່ກົງກັບວັນທີ 1 ເມສາ ຈົນກະທັ່ງປີ ຄສ. 1562 ພະສັງຕະປາປາ ເກຣກໍຣີ ຈຶ່ງກຳນົດໃຫ້ຊາວຄຣິສທົ່ວໂລກສະຫຼອງມື້ຂຶ້ນປີໃໝ່ພ້ອມກັນວັນທີ 1 ມັງກອນ ບາດນີ້ ໃນສະໄໝກ່ອນຂ່າວຊໍ້າພັດບໍ່ໄດ້ກະຈາຍວ່ອງໄວຄືສະໄໝນີ້ ຄົນບ້ານນອກຂອງຟຣັ່ງເສດບາງກຸ່ມຍັງບໍ່ຮູ້ ແຖມບາງຄົນໄດ້ຍິນແລ້ວກໍ່ຍັງບໍ່ເຊື່ອ ເລີຍສະຫຼອງວັນປີໃໝ່ກັນ ໃນວັນທີ 1 ເມສາ ຄືເກົ່າ ເຮັດໃຫ້ພວກທີ່ບໍ່ຕົກຍຸກເຍີ້ຍຫຍັນພວກທີ່ຕົກຍຸກວ່າວ່າ "ໜ້າໂງ່" ແຖມຍັງພະຍາຍາມກັ່ນແກ້ງຫຼອກຄົນກຸ່ມນີ້ດ້ວຍຄວາມສະໜຸກສະໜານອີກດ້ວຍ.
ວັນທີ 1 ເມສາ ກໍ່ເລີຍກາຍເປັນວັນທີ່ຄົນຕົວະກັນດ້ວຍການແຕ່ງເລື່ອງອັນໃດກໍ່ໄດ້ມາຫຼອກໃຫ້ຄົນອຶ່ນຫຼົງເຊື່ອ ຈາກນັ້ນຄ່ອຍສະເຫຼີຍໃນຕອນທ້າຍ ເຊິ່ງເລື່ອງທີ່ເອົາມາຕົວະນັ້ນຈະຕ້ອງບໍ່ເຮັດໃຫ້ອີກຝ່າຍເຖິງກັບເລືອດຕົກຢາງອອກ ແລະ ຄົນທີ່ຖືກຕົວະຈະຕ້ອງບໍ່ຄຽດນຳ ເພາະຖືວ່າມື້ນີ້ເປັນມື້ພິເສດຍົກເວັ້ນໃຫ້ໜຶ່ງມື້.
---------------------------------------------------------------------------
ຖ້າຫາກທ່ານໃດສົນໃຈກຽ່ວກັບການອອກແບບທີ່ຫຼາກຫຼາຍ ແລະ ຢາກໃຊ້ບໍລິການອອກແບບຂອງພວກເຮົາສາມາດຕິດຕໍ່ໄດ້ທີ່:
Facebook Fan page : HUB Design
Email: HUBDesignlao@gmail.com
ສອບຖາມ: 020 5998 3540
Post a Comment