ທ່ານຮູ້ອາຍຸຂອງສະຖານທີ່ເຫຼົ່ານີ້ບໍ່? (Did you know how old are these places?)
1. 1. ປະຕູໄຊ (ອານຸສາວະຣີ) ນະຄອນຫຼວງວຽງຈັນ.
ປະຕູໄຊ (ອານຸສາວະຣີ) ຖືກສ້າງຂຶ້ນໃນປີ
ຄສ. 1957-1968 ອອກແບບໂດຍທ່ານ ໄຊ ທຳມະສິດເສນາ ໃນສະໄໝພະຣາຊະອານາຈັກລາວ ເຊິ່ງໃນປີ ຄສ. 2021
ມີອາຍຸລວມໄດ້ 53 ປີ
ຮູບປະຕູໄຊໃນປັດຈຸບັນ
1. 2. ຫໍຄຳ (ພະລາຊະວັງ)
ຫຼວງພະບາງ
ຫໍຄຳ (ພະລາຊະວັງ)
ຫຼວງພະບາງຖືກສ້າງຂຶ້ນໃນປີ ຄສ. 1904-1909 ອອກແບບໂດຍສະຖາປະນິກຄົນອີຕາລີ ໃນສະໄໝເຈົ້າມະຫາຊີວິດ
ສີສະຫວ່າງວົງ ໃນປີ ຄສ. 2021 ມີອາຍຸລວມໄດ້ 112 ປີ
ຮູບຫໍຄຳ (ຫຼວງພະບາງ) ໃນອະດີດ
1. 4. ຫໍພະແກ້ວ, ນະຄອນຫຼວງວຽງຈັນ.
ຫໍພະແກ້ວ ຖືກສ້າງຂຶ້ນໃນປີ ຄສ. 1565 ໃນສະໄໝພະເຈົ້າໄຊຍະເສດຖາທິລາດ, ໃນຍຸກທີ່ອານາຈັກລາວລ້ານຊ້າງເຂັ້ມແຂງ.
ປັດຈຸບັນ ໃນປີ ຄສ. 2021 ມີອາຍຸລວມໄດ້ 456 ປີ
5. ວັດຊຽງທອງ ຫຼວງພະບາງ
ວັດຊຽງທອງຖືກສ້າງຂຶ້ນໃນປີ
ຄສ. 1560 (ພສ. 2103) ໃນສະໄໝພະເຈົ້າ ໄຊຍະເສດຖາທິລາດ
ໃນປີ ຄສ. 2021 ມີອາຍຸລວມໄດ້ 461 ປີ
6. ພະທາດສີໂຄດຕະບອງ (ພະທາດເມືອງເກົ່າ) ທ່າແຂກ, ແຂວງຄຳມ່ວນ
ພະ ທາດສີໂຄດຕະບອງ ສ້າງຂຶ້ນໃນສະໄໝອານາຈັກສີໂຄດຕະບອງລະຫວ່າງສັດຕະວັດທີ VI–VIII ໃນປີ ຄສ. 2021 ມີອາຍຸລວມໄດ້ 1300 ກວ່າ ປີ
ພະພຣະທາດອິງຮັງຖືກສ້າງສະໄໝອານາຈັກສີໂຄດຕະບອງ (ປະມານສະຕະວັດທີ 6) ໂດຍພຣະເຈົ້າສຸມິນທະຣາຊຣາຊາແຫ່ງອານາຈັກສີໂຄດຕະບອງ ໃນປີ ຄສ. 2021 ມີອາຍຸລວມໄດ້ 1500 ກວ່າ ປີ.
8. ວັດພູ ຈຳປາສັກ
ວັດພູຈຳປາສັກ
ໄດ້ຖຶກຮັບຮອງ ໃຫ້ເປັນມໍລະດົກໂລກ ຈາກອົງການ ຢູເນສໂກ (UNESCO).
ເປັນສະຖາປັດຕະຍະກຳພິເສດແຫ່ງໜື່ງ ທີ່ມີສິດເກົ່າແກ່
ຊຶ່ງເປັນ ອາຄານກົກເຄົ້າເດີມ ສ້າງຂື້ນໃນ ສັດຕະວັດທີ 6 ໃນປີ ຄສ. 2021 ມີອາຍຸລວມໄດ້ 1500 ກວ່າ ປີ.
![❤️](https://static.xx.fbcdn.net/images/emoji.php/v9/tf3/1.5/16/2764.png)
![👍](https://static.xx.fbcdn.net/images/emoji.php/v9/t55/1.5/16/1f44d.png)
https://en.wikipedia.org/wiki/Patuxai
https://en.wikipedia.org/wiki/Haw_Phra_Kaew
https://en.wikipedia.org/wiki/Plain_of_Jars
https://i.pinimg.com/originals/be/14/48/be1448ea78258c2b7da3cf43d0f1344f.jpg
Houaphan TODAY - ຫົວພັນ ວັນນີ້ : ກ່ຽວກັບແຂວງ ຫົວພັນທາດຫຼວງວຽງຈັນ - ວິກິພີເດຍ (wikipedia.org); Vientiane - französisches Flair und Kriegserinnerungen (2onthego.de)travel savannakhet: ສະຖານທີ່ທ່ອງທ່ຽວ ແຂວງສະຫວັນນະເຂດ #2 (travellaopdr.blogspot.com)ຜາສາດຫີນວັດພູ - ວິກິພີເດຍ (wikipedia.org); Laos | Vat Phou Wat Phou or Vat Phu (Lao: ວັດພູ wāt pʰúː tem… | Flickr
Post a Comment