Header Ads

test

ເລື່ອງເລົ່າຂີ້ຕົວະຂອງເພັດທີ່ປະສົບຜົນ ສຳເລັດທີ່ສຸດໃນປະຫວັດສາດ

 



ເພັດຈາກກ້ອນຫິນແຂງໆໄຮ້ຄ່າທີ່ຄົນສະໄມກ່ອນບໍ່ຮູ້ສິເອົາໄປເຮັດຫຍັງກາຍມາເປັນອັນຍະມະນີທີ່ມີຄ່າທີ່ສຸດໃນໂລກໄດ້ຢ່າງໃດ?

ເພັດ ເປັນທີ່ຮູ້ຈັກເທື່ອທຳອິດຢູ່ອິນເດຍ ໃນລະຫວ່າງ 3000-6000 ມາແລ້ວ ຄົນອິນເດຍນຳໃຊ້ ເພັດມາແກະສະຫຼັກເປັນເທວະຮູບຕ່າງໆ ຍ້ອນຄວາມແຂງ ແລະ ລະຍິບລະຍັບຂອງມັນ ແຕ່ ເພັດ ກໍ່ຍັງບໍ່ໄດ້ມີລາຄາຄ່າງວດຫຍັງຫຼາຍ ຈົນເຖິງຊ່ວງຊຸມປີ ຄສ. 1800 ປາຍໆ.

ເພັດບໍ່ໄດ້ມີຄ່າຍ້ອນມັນຫາຍາກ ແຕ່ມີຄ່າຍ້ອນຄວາມໝາຍແລະການໃຫ້ມູນຄ່າ

ເປັນຄຳກ່າວຂອງ Frances Gerety ຜູ້ຢູ່ເບື້ອງລັງສະໂລແກນຕິດຫູຢ່າງ “A Diamond Is Forever”

(ເພັດຄືຄວາມເປັນນິລັນດອນ)


ສະໂລແກນທີ່ວ່າຖືກຄິດຄົ້ນຂື້ນມາເພື່ອແບຣນດ໌ເຄື່ອງປະດັບຊື່ດັງຢ່າງ De Beers ແລະໄດ້ຖືກນຳໃຊ້ຢ່າງກວ້າງຂວາງໃນການໂຄສະນາແຫວນໝັ້ນຊ່ວງປີ 1948

ເມື່ອຍ້ອນກັບໄປກ່ອນໜ້ານີ້ຫຼາຍປີ ແບຣນດ໌ທີ່ວ່ານີ້ມີສ່ວນສຳຄັນໃນການປ່ຽນພາບຈື່ຂອງ ເພັດ  ຈາກເຄື່ອງປະດັບທຳມະດາໃຫ້ກາຍມາເປັນສັນຍາລັກຂອງຮັກແທ້ເໜືອການເວລາ ແລະ ຂອງຂວັນທີ່ແສນມີຄ່າທີ່ຂາດບໍໄດ້ໃນຊີວິດຄູ່

ກ່ອນປີ 1938 ປະເພນີການແລກປ່ຽນແຫວນແຕ່ງງານຍັງບໍ່ແມ່ນ “A must” ຂອງຄົນອາເມຣິກາໃນຕອນນັ້ນ De Beers ແມ່ນເປັນບໍລິສັດຜູ້ຄ້າເພັດລາຍໃຫຍ່ທີ່ຄວບຄຸມເພັດກວ່າ 75% ໃນສະຫະລັດ ອາເມຣິກາ ເຊິ່ງປາກົດວ່າຫຼັງສົງຄາມໂລກຄັ້ງທີ 2 (ຫຼັງປີ 1945 ມາ) ມູນຄ່າຂອງເພັດທີ່ບໍ່ແມ່ນວ່າຈະນິຍົມມາກ່ອນຢູ່ແລ້ວ ກັບຕົກຕໍ່າລົງໄປອີກ ຍ້ອນຄົນສະໄໝນັ້ນເບິ່ງວ່າ ມັນເປັນສິນຄ້າທີ່ບໍໄດ້ມີຄວາມຈຳເປັນ ໃນຍຸກນັ້ນຂອງຂວັນແຕ່ງງານທີ່ເຈົ້າສາວຢາກໄດ້ແມ່ນສິ່ງທີ່ມີປະໂຫຍດໃຊ້ສອຍຫຼາຍກວ່າ ຍົກຕົວຢ່າງເຊັ່ນ: ເຄື່ອງຊັກຜ້າ, ເຮືອນຈັກຫຼັງ ຫຼື ລົດໃຫຍ່ຈັກຄັນ.




ເມື່ອເຫັນເປັນແບບນັ້ນ ແນ່ນອນ Mission ຂອງບໍລິສັດ De Beers ຈຶ່ງມີຢູ່ສອງດ້ານດ້ວຍກັນຄື:

1.ປ່ຽນຄ່ານິຍົມທີ່ສັງຄົມມີຕໍ່ເພັດ

2. ເຂົ້າຫາກຸ່ມລູກຄ້າຜູ້ຊາຍ (ຍ້ອນເປັນຝ່າຍຮັບຜິດຊອບເລື່ອງການຂໍຜູ້ຍິງແຕ່ງດອງ)

De Beers ເລີ່ມຈາກການເຮັດໃຫ້ສັງຄົມເຊື່ອວ່າ ເພັດ (ແລະ ແຫວນເພັດ) ເປັນ a must-have symbol of love” ເປັນຕົວແທນຄວາມຮັກທີ່ຂາດບໍ່ໄດ້

Campaign ນີ້ເລີ່ມຈາກການຈ່າຍເງິນຊື້ພື້ນທີ່ສື່ຈຳນວນຫຼາຍ ບໍ່ວ່າຈະເປັນນິຕະຍາສານ, ໜັງສືພິມ ຫຼື ແມ່ນແຕ່ວົງການໜັງຢ່າງ Hollywood ໃນສະໄໝນັ້ນ ເຊິ່ງການປາກົດໂຕຂອງເພັດຖືກເນັ້ນໜັກໃຫ້ເປັນສັນຍາລັກແທນຄວາມຮັກ ແລະ ຄວາມສັດຊື່ລະຫວ່າງຄູ່ແຕ່ງງານ




ເມື່ອສາວໆເລີ່ມສົນໃຈ ພາລະໜັກໃຈກໍ່ຕົກມາຢູ່ທີ່ຝ່າຍຊາຍ ແລ້ວແຫວນເພັດທີ່ຄວນຄ່າກັບນາງໃນດວງໃຈ ຄວນມີຄ່າທໍ່ໃດດີ?

De Beers ບໍ່ປ່ອຍໃຫ້ຄິດດົນ ເພາະໄດ້ອອກມາຊີ້ທາງສະຫວ່າງໃຫ້ວ່າ ຄວນມີມູນຄ່າເທົ່າກັບເງິນເດືອນໜຶ່ງເດືອນຂອງຝ່າຍຊາຍ(ຫື່ອແຕກເລີຍ) ເທົ່ານັ້ນຍັງບໍ່ພໍ ເພາະຕໍ່ມາໃນຊ່ວງປີ 1980 ມູນຄ່າຂອງແຫວນເພັດທີ່ຄູ່ຄວນເພີ່ມສູງເປັນເງິນເດືອນສອງເດືອນຂອງຝ່າຍຊາຍ (ນ້ຳຕາສິໄຫຼ) ໂດຍທີ່ໄດ້ອອກໂຄສະນາຊ່ວນເຊື່ອທີ່ວ່າ

"How can you make two month’ salary last forever?"

ທ່ານຈະສາມາດເຮັດໃຫ້ເງິນເດືອນ 2 ເດືອນຂອງທ່ານຢູ່ຕະຫຼອດໄປໄດ້ແນວໃດ?

(ໂດຍຢາກບອກເປັນໄນໆວ່າ ຊື້ເພັດແມ! ຍ້ອນ Diamond Is Forever)



ບາດນີ້ແຫວນເພັດເທິງນິ້ວຂອງທ່ານສຸພາບສະຕີຈະງົດງາມປານໃດ ກໍຢູ່ທີ່ກຳລັງການຈັບຈ່າຍໃຊ້ສອຍຂອງທ່ານສຸພາບບຸລຸດ

De Beers ນັ້ນສະຫຼາດ ຍ້ອນການຕະລາດທີ່ວ່າມານີ້ບໍ່ມີແມ່ນແຕ່ສ້ຽວດຽວທີ່ຈະເອີ່ຍເຖິງຊື່ບໍລິສັດ ແຕ່ຍ້ອນໂຕເອງເປັນຜູ້ຄວບຄຸມການຜະລິດເພັດສ່ວນໃຫຍ່ຜົນກຳໄລຈຶ່ງໄດ້ຕົກຢູ່ກັບຜູ້ກ່ຽວເຫັນໆ ເຊິ່ງໃນເວລາສອງປີຍອດຂາຍເພັດໃນຕະຫຼາດອາເມຣິກາເພີ່ມຂຶ້ນເຖິງ 55%






ທຸກມື້ນີ້ ກວ່າ 80% ຂອງແມ່ຍິງໃນ ສະຫະລັດ ອາເມຣິກາ  ໄດ້ຮັບແຫວນເພັດແທນຄຳຂໍແຕ່ງດອງ ແລະ ເຖິງວ່າເພັດຈະເປັນການລົງທຶນທີ່ບໍ່ສົມເຫດສົມຜົນຍ້ອນມູນຄ່າຂອງມັນຈະຫຼຸດລົງເກືອບ 50% ທັນທີທີ່ທ່ານຍ່າງອອກຈາກໜ້າຮ້ານ ແຕ່ກໍ່ນັ້ນລະ...ການຕະຫຼາດເຮັດໄດ້ທຸກຢ່າງ.



---------------------------------------------------------------------------------------------

ຖ້າທ່ານຕ້ອງການຮູ້ສາລະທີ່ໜ້າສົນໃຈກຽ່ວກັບການອອກແບບທີ່ຫຼາກຫຼາຍ ຫຼືຢາກໃຊ້ບໍລິການອອກແບບຂອງພວກເຮົາສາມາດຕິດຕໍ່ໄດ້ທີ່:
Facebook Fan page : Hub-Design
Email: HubDesignlao@gmail.com
ສອບຖາມ: 020 5998 3540


ແຫຼ່ງທີ່ມາຂອງຂໍ້ມູນ:

http://www.bbc.com/news/magazine-27371208

https://www.facebook.com/todayeyewatched/videos/199952127459890/

No comments