ການເຮັດຫຍັງຕາມໆກັນ (ໂດຍບໍ່ມີການຕັ້ງຄຳຖາມ) ຄືຫົນທາງສູ່ຄວາມຫາຍະນະ !
ເມື່ອຫຼາຍປີກ່ອນ ເກີດເຫດເຄື່ອງບິນຕົກໃນອາຟຣິກາ ເຊິ່ງເປັນຖ້ຽວບິນພາຍໃນປະເທດທີ່ເດີນທາງຈາກກິນຊາຊາ ເມືອງຫຼວງຂອງປະເທດສາທາລະນະລັດປະຊາທິປະໄຕຄອງໂກໄປຫາ ບັນດຸນດູ
ອຸປະຕິເຫດຄັ້ງນີ້ເກີດຂຶ້ນໃນຂະນະທີ່ເຄື່່ອງບິນກຳລັງຈະລົງຈອດ ຜູ້ຄົນເທິງຖຽ້ວບິນເສຍຊີວິດໃນເຫດການນີ້ 20 ຄົນລວມເຖິງນັກບິນ 2 ຄົນ
ມີຜູ່ລອດຊີວິດພຽງ 1 ຄົນເຊິງຖືກນຳໂຕສົ່ງໂຮງໝໍທັນທີ ບໍ່ມີໃຜຮູ້ສາຍເຫດທີ່ເຄື່ງບິນຕົກ
ເຄື່່ອງບິນລຳນີ້ມີເຕັກໂນໂລຊີທີ່ທັນສະໄໝ ແລະ ໄດ້ຢູ່ໃນສະພາບດີ ເຊິ່ງມັນເປັນເຄື່່ອງບິນລຸ້ນ ເລັດແອວ-40 ຊື່ງໃຊ້ເຄື່ອງຈັກໄອພົ່ນ ແບບເທີໂບພອັດ 2 ເຄື່່ອງຈັກທີ່ຜະລິດໃນປະເທດສາທາລະນະລັດເຊັກ
ສະພາບອາກາດແລະວິໃສທັດໃນຕອນນັ້ນດີຫລາຍ
ຄຣິສວິວສັນ ນັກບິນຄົນອັງກິດ ແລະ ແດນນີ້ຟີເລີອັດ ນັກບິນຄົນເບວຢ້ຽມຕ່າງກໍ່ມີປະສົບການແລະຄຸນສົມບັດຄົບຖວ້ນ
ຜົນການກວດສອບຊາກເຄື່ອງບິນພົບວ່າທຸກຢ່າງໃຊ້ງານໄດ້ດີ
ພວກເຂົາບໍ່ພົບເບາະແສວ່າອີ່ຫຍັງຄືຕົ້ນເຫດທີ່ເຮັດໃຫ້ເຄື່ອງບິນຕົກ
ຈົນກະທັ້ງ ໄດ້ໂອລົມກັບຜູ່ລອດຊີວິດພຽງໜຶ່ງດຽວເຊິ່ງກຳລັງຮັກສາໂຕຢູ່ໂຮງໝໍ
ເຂົາເລົ່າເຖິງເຫດການທີ່ເກີດຂຶ້ນເຊິ່ງເປັນເລື້້ອງລາວທີ່ບໍ່ມີໃຜຄາດຄິດຢ່າງແນ່ນອນ
ຜູ້ລອດຊີວິດເລົ່າວ່າ ມີຜູ້ຊາຍຄົນນຶ່ງເອົາລູກແຂ້ເຊືອງໄວ້ໃນກະເປົາກິລາ
ເຊິ່ງລາວລັກລອບນຳມັນຂຶ້ນເຄື່່ອງມານຳໂດຍບໍ່ໄດ້ຮັບອະນຸຍາດ
ສຳພາລະທັງໝົດຖືກວາງໄວ້ບໍລິເວນທ້າຍເຄື່່ອງຫຼັງບອ່ນນັ່ງຜູ້ໂດຍສານ
ແຕ່ແລ້ວລູກແຂ້ນ້ອຍກໍຫຼຸດອອກມາໃນເວລາທີ່ເຄື່່ອງບິນກຳລັງລົດລະດັບເພດານເພື່ອລົງຈອດ
ພະນັກງານຕ້ອນຮັບເທິງເຄື່່ອງບິນຈຶ່ງຟ້າວແລ່ນໄປແຈ້ງນັກບິນ
ບັນດາຜູ້ໂດຍສານທີ່ເຫັນນາງແລ່ນໜີແຂ້ ກໍ່ເລີ່ມຂວັນໜີໄປຕາມໆກັນ
ພວກເຂົາພາກັນແລ່ນຕາມນາງໄປທາງຫ້ອງນັກບິນ
ນ້ຳໜັກທັງໝົດຈຶ່ງເທ້ໄປຢູ່ສ່ວນຫົວຂອງເຄື່່ອງບິນສົ່ງຜົນໃຫ້ມັນຫົວເອ່ນລົງໜ້າດິນ (ເຄື່່ອງບິນເສຍການຊົງໂຕ) ເຮັດໃຫ້ພວກເຂົ່າບໍ່ສາມາດກັບໄປນັ່ງບ່ອນນັ່ງໄດ້
ສຸດທ້າຍນັກບິນກໍບໍ່ສາມາດບັງຄັບເຄື່່ອງບິນໃຫ້ເຊິດຫົວຂຶ້ນ ເຄື່ອງບິນຊັດລົງໂມ່ງໂລກດ້ວຍຄວາມໄວເຕັມກຳລັງຂ້າຊີວິດຜູ້ຄົນໄປກົ່ວ 20 ຄົນ
ສ່ວນລູກແຂ້ນ້ອຍລອດເພາະມັນຢູ່ບໍລິເວນທ້າຍເຄື່່ອງ
ມັນຄານອອກຈາກຊາກເຄື່່ອງບິນແລະພະຍາຍາມໜີເຂົ້າໄປໃນພຸ່ມໄມ້ແຕ່ໄທບ້ານພົບມັນເຂົ້າເສຍກ່ອນແລະຂ້າມັນດ້ວຍພ້າ ໂດຍທີ່ພວກເຂົາບໍ່ຮູ້ເລີຍວ່າມັນຫາກໍອອກມາຈາກຊາກເຄື່່ອງບິນທີ່ຕົກ ຫາກບໍ່ມີຜູ່ລອດຊີວິດກໍຈະບໍ່ມີໃຜຮູ້ຢ່າງແນ່ນອນເພາະບໍ່ມີໃຜເຄີຍຄາດຄິດເລີຍວ່າແຂ້ໂຕດຽວຈະເຮັດໃຫ້ເຄື່ອງບິນຕົກ
ອັນທີ່ຈິງສິ່ງທີ່ເຮັດໃຫ້ເຄື່່ອງບິນຕົກຄືຄວາມຕື່ນຕະນົກ
ມັນເປັນລູກແຂ້ທີ່ຍັງບໍ່ໄດ້ໃຫຍ່ເຕັມໄວຈົນເປັນສັດຮ້າຍຍາວ 6 ແມັດທີ່ພ້ອມກິນຄົນ
ມັນໂຕນ້ອຍຫຼາຍຈົນສາມາດຢູ່ໃນກະເປົາກິລາໄດ້ ຢ່າງຮ້າຍມັນກໍ່ຄົງໄດ້ແຕ່ກັດໃຫ້ເຈັບນ້ອຍໜຶ່ງ
ແລະຖ້າບໍ່ໄປຫຍຸ້ງກັບມັນ ແຂ້ນ້ອຍກໍອາດຈະບໍ່ທຳຮ້າຍໃຜກໍ່ໄດ້
ແຕ່ຕອນນັ້ນບໍ່ມີໃຜໃຊ້ຄວາມຄິດເລີຍ ພວກເຂົາເຮັດຕາມຄົນອ້ອມໂຕ
ຖ້າມີຄົນໜຶ່ງແລ່ນໜີເຮົ່າກໍຈະແລ່ນໜີຕາມໄປດ້ວຍ
ມັນເປັນເລື່ອງທຳມະຊາດຂອງມະນຸດ
ເຮົາມັກເຮັດຕາມຄົນອື່ນໂດຍບໍ່ໄດ້ຄິດພິຈະລະນາ
ປະຕິກິລະຍາແບບພວກມາກລາກໄປນັ້ນຊົງພະລັງຫຼາຍມັນຢູ່ເໜືອຕັກກະ, ການຕັ້ງຄຳຖາມ,ການໂຕ້ແຍ້ງ ການໃຊ້ເຫດຜົນ ແລະ ສາມັນສຳນຶກ
ເຖິງຈະມີຫຼັກຖານຫຼາກຫຼາຍທີ່ສະແດງໃຫ້ເຫັນວ່າການເຮັດແບບນັ້ນມັກນຳໄປສູ່ການຕັດສິນໃຈທີ່ຜິດພາດ
ສົ່ງຜົນໃຫ້ເກີດຜົນລັບອັນເລວຮ້າຍຈາກການເຈັບ,ການຕາຍ, ຄວາມອະຍຸດຕິທຳ, ສົງຄາມ ແລະການຂ້າລ້າງເຜົ່າພັນ
ແຕ່ຜູ້ຄົນທັງປະເທດກໍເອີກໍຕາມຕາມກັນໄປເພາະຢ້ານຜິດແຜກຈາກຄົນອື່ນ, ການຖືກຂັບໄລ່ໃສສົ່ງ, ຫຼື ການຖືກຂ້ວາມບາດ,
ດັ່ງນັ້ນເຈົາຕ້ອງຢຸດທັນທີທີ່ສັງເກດເຫັນວ່າຕົນເອງກຳລັງເຮັດຕາມຄົນອື່ນໂດຍອັດຕະໂນມັດ
ແນ່ນອນວ່າການເປັນຄົນນອກຄອກອາດເຮັດໃຫ້ຮູ້ສຶກໃຈອຶດອັດໃຈ
ແຕ່ຈະມີໂອກາດພຽງຄັ້ງດຽວເທົ່ານັ້ນທີ່ຈະຄິດ ຊຶ່ງກໍຄືກ່ອນທີ່ເຈົ້າຈະເດີນຕາມຄົນຫມູ່ຫຼາຍໄປ
ທັນທີທີ່ເຈົ້າກ້າວໄປຮ່ວມກັບພວກເຂົາມັນກໍ່ສວາຍເກີນໄປເສຍແລ້ວ
ຄັດຈາກປື້ມ 1+1=3
Dave Trott
Post a Comment