ການຮຽນຜິດສາຍເພື່ອໃຫ້ເຈິໃນສິ່ງທີ່ມັກ?
#ການຮຽນຜິດສາຍເພື່ອໃຫ້ເຈິໃນສິ່ງທີ່ມັກ?
ເມື່ອຕອນທີ່ເຮົາຍັງເປັນເດັກ ເຮົາເຄີຍມີຄວາມຝັນຢາກເປັນຫຍັງກັນແດ່? ແລ້ວໃນປະຈຸບັນນີ້ເດ ເຮົາໄດ້ເຮັດຫຍັງສຳເລັດເໝືອນດັ່ງທີ່ເຮົາໄດ້ຝັນເອົາໄວ້ແລ້ວ ຫຼືຍັງ?
ສະໄໝທີ່ພວກເຮົາໝົດທຸກຄົນຍັງເປັນເດັກ ພວກເຮົາມີຈິນຕະນາການທີ່ໄຮ້ຂີດຈຳກັດ ພວກເຮົາຕັ້ງຄວາມຝັນໄວ້ວ່າຢາກເປັນນັ້ນ, ຢາກເປັນນີ້ ຢ່າງມີອິດສະຫຼະ ເຊິ່ງພວກເຮົາບໍ່ໄດ້ຍຶດຕິດກັບເຫດແລະຜົນວ່າມັນຈະເປັນໄປໄດ້ຫຼືບໍ່ ມັນຊ່າງເປັນຊວ່ງໄວເດັກທີ່ມີຄວາມສຸກເຫຼືອເກີນ ແຕ່ພໍວັນເວລາຜ່ານໄປຢ່າງໄວວາ ພວກເຮົາທັງຫຼາຍໄດ້ພາກັນເລີ່ມຕື່ນຈາກຄວາມຝັນມາພົບເຈິກັບໂລກແຫ່ງຄວາມເປັນຈິງ ພອ້ມດຽວກັນນັ້ນກໍ່ມີແຮງກົດດັນທາງສິ່ງແວດລອ້ມ ແລະສັງຄົມວ່າ ສິ່ງທີ່ເຮົາເຄີຍໄດ້ໄຟ່ຟັນໄວ້ໃນໄວເດັກນັ້ນມັນຊ່າງເປັນເລື່ອງໄຮ້ສາລະ, ບໍ່ໝັ້ນຄົງ ແລະບໍ່ສາມາດລຽ້ງປາກລຽ້ງທອ້ງໄດ້ ຈົນນານວັນເຂົ້າໂຕເຮົາເອງກໍ່ເລີ່ມຮູ້ສຶກຫວັ່ນໄຫວ ຂາດຄວາມໝັ້ນໃຈ ຂາດຄວາມເຊື່ອໝັ້ນໃນສິ່ງທີ່ຕົນເອງກຳລັງເຮັດຢູ່ ຈົນສຸດທ້າຍກໍ່ເລືອກທີ່ຈະເຮັດຫຍັງຕາມຄົນອື່ນໄປພາງໆກອ່ນເພື່ອຂ້າເວລາ ແຕ່ເຮົາ ແລະ ຫຼາຍຄົນບໍ່ຮູ້ດອກວ່ານັ້ນເປັນການຂ້າຄວາມຝັນຂອງຕົນອງໄປເທື່ອລະນອ້ຍໆ ຕ່າງຫາກ ເຊິ່ງບໍ່ແມ່ນການຂ້າເວລາພຽງຢ່າງດຽວ
ມີນັກສຶກສາ ທີ່ເປັນໝູ່ຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າເອງກໍ່ຮູ້ຈັກຢູ່ຫຼາຍຄົນ ເຊິ່ງທັງໝົດນັ້ນແມ່ນເກືອບວ່າບໍ່ມີໃຜໄດ້ຮຽນໃນສິ່ງທີ່ຕົນເອງມັກແທ້ໆເລີຍຈັກຄົນ ຄົນສວ່ນໃຫຍ່ເລືອກຮຽນຕາມກະແສສັງຄົມໃນຂະນະນັ້ນ (ພວກມາກລາກໄປ) ຊໍ້າບໍ່ໜໍາບາງຄົນຍັງຖືກພໍ່ແມ່ ແລະຄົນໃນຄອບຄົວບັງຄັບໃຫ້ຮຽນໃນສິ່ງທີ່ຕົນເອງບໍ່ມັກອີກ ແຕ່ຕອ້ງຈຳໃຈຮຽນເພື່ອເຕີມເຕັມຄວາມຝັນຂອງພວກເຂົາ ເຊິ່ງຕອ້ງທົນທຸກທໍລະມານຈິດໃຈເປັນຢ່າງຍິ່ງ ກັບ 4 ປີໃນຮົ້ວມະຫາວິທະຍາໄລ ເຊິ່ງຫອ້ງ Lecture ເປັນສະຖານທີ່ນອນຫຼັບປະຈຳຢ່າງດີຂອງພວກເຂົາເຈົ້າ.
ແຕ່ໃນທຸກໆອຸປະສັກ ແລະ ບັນຫານັ້ນ ຍອ່ມມີໂອກາດເຊື່ອງໄວ້ນຳສະເໝີ (ສິ່ງນັ້ນມີສິ່ງນີ້ຍອ່ມມີ ຕາມຫຼັກເກນທຳມະຊາດ ຂອງ ສິ່ງຄູ່ກັນ) ໃນໄລຍະເວລາທີ່ເຮົາໄດ້ທົນທຸກກັບສິ່ງທີ່ເຮົາບໍ່ໄດ້ຮັກນີ້ລະມັນເປັນເວລາທີ່ເຮົາຈະໄດ້ເຫັນຄຸນຄ່າຂອງສິ່ງທີ່ເຮົາຮັກແທ້ໆ ແລະ ເຫັນຄຸນຄ່າຂອງຄວາມສຸກເປັນທີ່ສຸດ ກໍ່ປຽບເໝືອນກັບນັກໂທດນັ້ນລະ ທີ່ຈະເຫັນຄ່າຂອງອິດສະຫຼະພາບກໍ່ຕໍ່ເມື່ອຕອນທີ່ຕົນເອງໄດ້ເຂົ້າໄປຢູ່ໃນຄຸກແລ້ວ ແຕ່ຢູ່ທີ່ວ່າໃຜ ຈະເລືອກຈົມຢູ່ກັບປັນຫາເໝືອນຄົນມືດມົວຕາບອດຫາທາງອອກບໍເຫັນ ຫຼື ຈະຊອກຫາໂອກາດທີ່ມາພອ້ມກັບບັນຫາໃຫ້ເຈິແລ້ວປຽ່ນມັນເປັນພະລັງ ແລະ ແຮງຊຸກດັນ ໃຫ້ຊີວິດໄດ້ໄປຢູ່ໃນຈຸດທີ່ເຮົາຕອ້ງການແທ້ໆ
ມີລາຍຄົນທີ່ຮຽນຈົບມາແລ້ວບໍ່ໄດ້ເຮັດໃນສິ່ງທີ່ຕົນຮຽນມາເລີຍແມ່ນແຕ່ນອ້ຍດຽວ ພວກເຂົາເຫຼົ່ານັ້ນ ຫຼາຍຕໍ່ ຫຼາຍຄົນ ໄດ້ຄົ້ນພົບໂຕເອງຕອນທີ່ຮຽນຢູ່ມະຫາວິທະຍາໄລ ໃນຂະນະທີ່ຮຽນຜິດສາຍນີ້ລະ
ຍົກຕົວຢ່າງ ສະໄຫມທີ່ຂ້າພະເຈົ້າຮຽນຢູ່ຄະນະສະຖາປັດຕະຍະກຳສາດ ເຊິ່ງເປັນສະຖາບັນທີ່ຕອ້ງໃຊ້ຄວາມຄິດສ້າງສັນ ແລະ ວຽກບ້ານຫຼາຍທີ່ສຸດ ເຊິ່ງເຮັດໃຫ້ເວລານອນພັກຜອ່ນບໍ່ພຽງພໍ ຮູ້ສຶກອິດເມື່ອຍຈົນເລີ່ມໃຈອອກ ແລະບໍ່ມັກສາຍທີ່ຮຽນ ຂ້າພະເຈົ້າເລີ່ມຫາສິ່ງຜອ່ນຄາຍດວ້ຍການເບິ່ງໜັງ Hollywood ເບິ່ງເກືອບວ່າທຸກເລື່ອງທັງໜັງເກົ່າໜັງໃຫມ່ ມັນຊ່າງເປັນຊວ່ງເວລາທີ່ມີຄວາມສຸກ ເຖິງມັນຈະເປັນຊວ່ງເວລາສັ້ນໆກໍ່ຕາມ ແຕ່ມັນເຮັດໃຫ້ຂ້າພະເຈົ້າຄົ້ນພົບວ່າ ຂ້າພະເຈົ້າມັກເບິ່ງຮູບເງົາ ແລະ ຢາກສ້າງຮູບເງົາ ທີ່ຕົນເອງເປັນຜູ້ຂຽນບົດ, ກຳກັບເອງ, ຫຼິ້ນເອງ ແລະ ຂ້າພະເຈົ້າກໍ່ໄດ້ລົງມືເຮັດມັນແລ້ວ ແລະກຳລັງພັດທະນາຕົນເອງໄປເລື້ອຍໆທັງຈະຕອ້ງກາຍເປັນມືອາຊີບໃຫ້ໄດ້ໃນອະນາຄົດອັນໃກ້ໆນີ້.
ໃນຊວ່ງຊີວິດທີ່ຮຽນຢູ່ມະຫາວິທະຍາໄລທີ່ຜ່ານມານັ້ນ ບາງຄັ້ງຄິດຍອ້ນຫຼັງໄປກໍ່ຮູ້ສຶກດີທີ່ມີເລື່ອງຮ້າຍໆ ແລະອຸປະສັກນາໆປະການຜ່ານເຂົ້າມາ ໃນຊວ່ງທຳອິດທີ່ເລີ່ມຮູ້ໃຈຕົນເອງແລ້ວວ່າບໍມັກສາຍທີ່ກຳລັງຮຽນຢູ່ ແລະ ຄິດອຸກໃຈ ແລະຄິດວ່າຊີວິດຂອ້ຍຈົບແທ້ໆ ຄືສິບໍມີຄວາມສຸກນຳເຂົາອີກແລ້ວ ແລະຄິດຢາກປະລະບໍ່ຢາກຮຽນອີກແລ້ວ ແຕ່ຊີວິດຂອງຄົນເຮົາບາງຄົນມັນກໍບໍ່ຄອ່ຍມີທາງເລືອກຫຼາຍປານໃດ ຈຶ່ງຕອ້ງຈຳໃຈກັດແຂ້ວສູ້ຕໍໄປ ຂອ້ຍຈຶ່ງເລືອກອົດທົນສູ້ຕໍ່ ແຕ່ປຽ່ນຍຸດທະສາດໃໝ່ ຄືຮຽນພໍແຕ່ບໍ່ໃຫ້ຕົກ (ບໍ່ໃຫ້ຫຼຸດ C) ແລ້ວເອົາເວລາທີ່ເຫຼືອໄປສຶກສາສິ່ງທີ່ມັກໃຫ້ຫຼາຍທີ່ສຸດ ຜົນປາກົດວ່າຮຽນຈົບໄດ້ເກຣດສະເລ່ຍ 3.19 ເຄີຍແກ້ເກຣດເທື່ອແຕ່ດຽວ ແລະຈົບມາແລ້ວຍັງມີທັກສະທີ່ໂຕເອງມັກຕິດມານຳ ແລະ ສາມາດເຮັດວຽກໃນສິ່ງທີ່ຕົນເອງສົນໃຈໄດ້ອີກດວ້ຍ ເຊິ່ງເວລານີ້ຂ້າພະເຈົ້າໄດ້ເຂົ້າໃຈແລ້ວວ່າ ຄວາມທຸກຍາກ ແລະສິ່ງເລວຮ້າຍທີ່ເກີດຂື້ນກັບເຮົາ ຖ້າຫາກເຮົາຜ່ານມັນມາໄດ້ ມັນຈະກາຍເປັນອົງປະກອບໂດຍລວມທີ່ງົດງາມຂອງຊີວິດເຮົາເມື່ອແນມຫຼັງກັບໄປ.
ເພາະສະນັ້ນ ຢ່າປອ່ຍໃຫ້ຊີວິດຈົມຢູ່ກັບຄວາມຜິດພາດ ຫຼື ຜ່າຍແພ້ ແຕ່ຈົ່ງສ້າງໂອກາດ ແລະທາງເລືອກໃຫ້ແກ່ຊີວິດຂອງເຮົາດ້ວຍຕົນເອງ ຊີວິດຂອງພວກເຮົາທຸກຄົນບໍ່ວ່າເຮົາຈະປອ່ຍໃຫ້ມັນເປັນໄປຕາມໂຊກສະຕາ ຫຼື ເລືອກທີ່ຈະກຳນົດໂຊກສະຕາຂອງໂຕເຮົາເອງກໍ່ຕາມ ແຕ່ທ່ານກໍ່ບໍ່ສາມາດປະຕິເສດໄດ້ວ່າທ່ານບໍ່ໄດ້ເປັນຄົນເລືອກມັນເອງ ແລະ ທຸກສິ່ງທຸກຢ່າງນັ້ນແມ່ນເຮົາເປັນຄົນເລືອກມັນຕັ້ງແຕ່ຕົ້ນຢູ່ແລ້ວ
ຜິດພາດປະການໃດຂໍອະໄພທ່ານຜູ້ອ່ານທີ່ມັກຄວາມກ້າວໜ້າ ລ່ວງໜ້າດວ້ຍ
ຂໍໃຫ້ທຸກທ່ານຈົ່ງມີຊີວິດທີ່ດີທຸກຖວ້ນໜ້າ....
ໂດຍ: Vila Inspire.
Post a Comment