Header Ads

test

#ເມື່ອປາກກາຊົງພະລັງກວ່າດາບ

 #ເມື່ອປາກກາຊົງພະລັງກວ່າດາບ




ຫຼັງເຂົ້າຄອບຄອງດິນແດນສັກສິດສຳເລັດພວກຄູເສດ (Crusades) ພວກເຂົາກໍພະຍາຍາມຮັກສາໄຊຊະນະດ້ວຍການສ້າງປາສາດອັນຍິ່ງໃຫຍ່ຈຳນວນຫລາຍ.
ປາສາດ ຄຣັກ ເດສ ເຊວລິເຍ(Krakdes Chevaliers) ໃນຕຣີໂປລີຄືປາສາດທີ່ແຂງແກ່ນທີ່ສຸດ
ຜູ້ເບິ່ງແຍງປະສານແຫ່ງນີ້ຄືຄະນະອັດສະວິນຮອດປິໂທເລີ (Knights Hospitaller) ເຊິ່ງ,ປະກອບໄປດ້ວຍກອງທະຫານທີ່ດີເລີດແລະແຂງແກ່ນທີ່ສຸດໃນໂລກຈຳນວນ 2000 ຄົນ
ປາສາດນີ້ໃຊ້ເວລາສ້າງນັບຮ້ອຍປີມັນເປັນສູນກາງໃນການຄວບຄຸມພື້ນທີ່ທັງໝົດໃນບໍລິເວນນັ້ນແມ່ນແຕ່ ຊາລາດິນ (Saladin Sultan of Egypt) ກໍ່ບໍ່ສາມາດຍຶດປາສາດແຫ່ງນີ້ໄດ້ໃນຊ່ວງເວລາທີ່ເຂົ່າເຮືອງອຳນາດທີ່ສຸດ
ປາສາດ ຄຣັກ ເດສ ເຊວາລິເຍ ເປັນດັ່ງ “ກະແຈສູ່ດິນແດນອັນສັກສິດຂອງຄົນຄຣິດ”
ໃນປີ 1260 ສຸລະຕາ່ນໄບບາສ (Baibars Sulatan) ຂຶ້ນຄອງອຳນາດ
ເຂົາລວມດິນແດນທີ່ປັດຈຸບັນນີ້ຄືປະເທດຊີເຣຍແລະອີຢິບເຂົ້າດ້ວຍກັນແລ້ວບຸກປາສາດ ຄຣັກ ເດສ ເຊວາລິເຍ ໃນປີ 1271
ເຂົາວາງກຳລັງລ້ອມປາສາດແລະໃນທີ່ສຸດກໍທຳລາຍກຳແພງຊັ້ນນອກໄດ້
ເຂົາເຄື່່ອນກອງທັບໄປໂດຍຄິດວ່າຍຶດຈຸດຍຸດທະສາດສຳເລັດແລ້ວແຕ່ຄວາມຈິງຄືພວກເຂົາຫາກໍ່ເຂົ້າເຖິງຕົວປະສາດ
ກຳແພງນັ້ນເປັນພຽງແຕ່ປາການຊັ້ນນອກຕອນນີ້ພວກເຂົາຕ້ອງເຈິກັບຄັນຄູຮອບປາສາດ
ຊຶ່ງເລິກຫຼາຍເສຍຈົນບໍ່ມີທາງຂຸດອຸໂມງເພື່ອລອດເຂົ້າໄປໄດ້
ທາງຍ່າງກວ້າງຫຼາຍຈົນບໍ່ສາມາດນຳເຄື່ອງມືມ້າງປະຕູເຂົ້າໄປນໍາໄດ້
໗ັດເຂົ້າໄປເປັນກຳແພງປາສາດເຊິ່ງໜາເກີນກວ່າທີ່ຈະເຈາະທະລຸໄດ້
ທັງຍັງມີໂນນສູງທີ່ບໍ່ສາມາດນໍາຫໍຮົບເຄື່ອນທີ່ເຂົ້າໄປໄດ້ ຂະນະທີ່ສຸລາຕານໄບບາສ ວິເຄາະຕົວປາສາດທະຫານຂອງເຂົາກໍ່ຖືກຂ້າຕາຍຫຼາຍຂື້ນເລື້ອຍໆ
ສິ່ງທີ່ອັດສະວິນຮອດປີທໍເລີຕ້ອງຖ້າມີພຽງການຖ້າທະຫານກອງໜູນ
ພວກເຂົາສົ່ງຈົດໝາຍລັບໄປແຈ້ງຜູ້ນຳຄະນະອັດສະວິນແລ້ວ ສະຖານະການເລວຮ້າຍລົງເລື້ອຍໆ ແຕ່ບໍ່ວ່າຢ່າງໃດຜູ້ບຸກລຸກກໍ່ບໍ່ມີທາງບຸກເຂົ້າມາໃນປາສາດໄດ້
ໃນທີ່ສຸດພວກເຂົາກໍໄດ້ຮັບຄຳຕອບຜູ້ນຳຄະນະອັດສະວິນບອກວ່າບໍ່ມີທະຫານກອງໜູນ ພວກເຂົາຈະບໍ່ໄດ້ຮັຄວາມຊ່ວຍເຫຼືອໃດໆ ແລະອະນຸຍາດໃຫ້ພວກເຂົາເຈລະຈາຂໍຍ້ອມແພ້ໄດ້ເພາະເຂົ້າໃຈວ່າຕອນນີ້ສະຖານະການຄັບຂັນເຕັມທີ
ອັດສະວິນຮອດປີທໍເລີ້ ຈຶ່ງຍ່ອມຈຳນົນແລະຕົກລົງສະຫຼະປາສາດໂດຍແລກກັບຄວາມປອດໄພຂອງພວກເຂົາທຸກຄົນ
ແລະ ປາສາດ ຄຣັກ ເດສ ເຊວາລິເຍສ ກໍ່ຕົກເປັນຂອງສຸລາຕາ່ນ ໄບບາສ ແລະ ກອງທັບ
“ກະແຈສູ່ດິນແດນອັັນສັກສິດຂອງຊາວຄຣິສ” ລົ້ສະຫຼາຍແລ້ວ
ຫຼັງຈາກສູນເສຍຖານທີ່ໝັ້ນແຫ່ງສຳຄັນພວກຄຣູເສດກໍ່ຖືກຂັບອອກຈາກຕາເວັນອອກກາງ
ການລົ້ມສະຫຼາຍຂອງປາສາດ ຄຣັກ ເດສ ເຊວາລິເຍສ ເຊື່ງຂຶ້ນຊື່ວ່າບໍ່ມີທາງປຣາຊັຍຕໍ່ຜູ້ບຸກລຸກເຮັດໃຫ້ທຸກຄົນຕົກຕະລຶງ.
ໂດຍສະເພາະຜູ້ນຳຄະນະອັດສະວິນ ຮອສປິທໍເລີ
ເລື່ອງນີ້ມີຄວາມລັບເຊື່ອງຢູ່ເບື້ອງຫຼັງແລະເປັນເລື່່ອງລາວທີ່ຂ້ອຍມັກຫຼາຍ
ຄວາມລັບທີ່ວ່າກໍຄືຜູ້ນຳຄະນະອັດສະວິນບໍ່ເຄີຍໄດ້ຮັບຈົດໝາຍຂໍກອງໜຸນເລີຍ
ທະຫານຂອງສຸລາຕາ່ນ ໄບບາສ ສະກັດຈົດໝາຍສະບັບນັ້ນໄວ້ໄດ້
ໄບບາສ ເປັນຄົນຂຽນຈົດໝາຍທີ່ບອກໃຫ້ຄະນະອັດສະວິນຍອມຍົກທຸງຂາວໄດ້
ແລະນັ້ນຊ່ວຍຫຼຸດໄລຍະເວລາສູ້ຮົບໄດ້ຫຼາຍເດືອນລວມເຖິງເຮັດໃຫ້ຜູ້ຄົນຫຼາຍພັນຄົນບໍ່ຕ້ອງຕາຍ
ແລະນຳໄປສູ່ໄຊຊະນະເໝຶອກອງທັບຂອງຊາວຄຣິດ
ເຈົ້າຮູ້ສຶກຢ່າງໃດແນ່ກັບການປ່ຽນບັນຫາທີ່ເຈົ້າແກ້ໄຂບໍ່ໄດ້ໃຫ້ກາຍເປັນບັນຫາທີ່ເຈົາຫາທາງອອກໄດ້ແບບນີ້.
ຄັນມັກບົດຄວາມນີ້ກໍ່ ກົດ Like ກົດ Share ເພື່ອຄົນທີ່ທ່ານຮັກຈະໄດ້ອ່ານເລື່ອງເລົ່າດີໆແບບນີ້ ແລະ ເປັນກຳລັງໃຈສະບັບຂ້າພະເຈົ້າໃນການຂຽນໂພສີຕໍ່ໄປ.
ທີ່ມາ: Book 1+1=3, Dave Trott

No comments