ສິ່ງໃດຄືສິ່ງທີ່ສຳຄັນທີ່ສຸດໃນຊີວິດມະນຸດ
#ສິ່ງໃດຄືສິ່ງທີ່ສຳຄັນທີ່ສຸດໃນຊີວິດມະນຸດ
ໃນວຽກວິໄຈທີ່ມີຊື່ວ່າ Harvard Study of Adult Development ແມ່ນການສຶກສາກຽ່ວກັບການພັດທະນາຂອງຜູ່ໃຫຍ່ຈາກມະຫາວິທະຍາໄລ Harvard ທີ່ໃຊ້ໄລຍະເວລາໃນການສຶກສາຄົ້ນຄວ້າທັງໝົດ 75 ປີເຕັມ ປຽ່ນຜ່ານຜູ້ຄວບຄຸມວຽກວິໄຈມາເຖິງ 4 ລຸ້ນ!
ໂດຍວຽກວິໄຈອັນນີ້ແມ່ນໄດ້ລິເລີ່ມຈາກການຕິດຕາມສຶກສາຊີວິດຂອງໄວລຸ້ນຜູ້ຊາຍ 2 ກຸ່ມຄືນັກສຶກສາຊາຍປີສອງຂອງມະຫາວິທະຍາໄລ Harvard 268 ຄົນ ແລະໄວລຸ້ຊາຍອາຍຸ12 – 16 ທີ່ເຕີບໃຫຍ່ແບບຕາມມີຕາມເກີດໃນເມືອງ Boston ທັງໝົດ 456 ຄົນດວ້ຍກັນ
ທຸກໆ 2 ປີ ທີມວິໄຈຈະໃຫ້ທັງ 724 ຄົນມາເຮັດແບບສອບຖາມກຽ່ວກັບຄວາມເພິງພໍໃຈໃນຊີວິດ ທັງດ້ານໜ້າທີ່ການງານ ດ້ານສັງຄົມ ດ້ານຊີວິດສວ່ນໂຕ ລວມໄປເຖິງການຂໍສຳພາດພາຍໃນເຮືອນເພື່ອໂອ້ລົມກັບບຸກຄົນໃນຄອບຄົວອີກດວ້ຍ ແລະທຸກໆ 5 ປີ ພວກ ພວກເຂົາກໍ່ຈະໄດ້ຮັບການກວດສຸຂະພາບອີກດວ້ຍ.
ຈົນກະທັ່ງຕະຫຼອດໄລຍະເວລາທີ່ເຮັດການຕິດຕາມສຶກສາຊີວິດຂອງໄວລຸ້ນທັງ 724 ຄົນນີ້ ທີມວິໄຈໃຫ້ເຫັນການເຕີບໃຫຍ່ຂອງພວກເຂົາໃນແຕ່ລະປີ ມີໜ້າທີ່ການງານເຮັດ ສາມາດໄຕ່ລະດັບການສ້າງເນື້ອສ້າງໂຕຈົນທີໜ້າມີຕາໃນສັງຄົມ ແຕ່ກໍ່ມີອີກຈຳນວນບໍ່ໜອ້ຍທີ່ປະສົບກັບຄວາມລົ້ມເຫຼວ ຈົນຈົມເລິກລົງໄປໃຫວ່ງຂອງຄວາມຜິດຫວັງເຖິງຂັ້ນຕິດເຫຼົ້າເມົາຢາກໍ່ມີ.
ຈົນກະທັ້ງມາເຖິງປັດຈຸບັນ ຈາກຈຳນວນ 724 ຄົນ ເຫຼືອຊີວິດລອດຢູ່ພຽງແຕ່ 60 ຄົນ ເຊິ່ງແຕ່ລະຄົນກໍ່ມີອາຍຸບໍ່ຕໍ່າກວ່າ 90 ປີແລ້ວ ແລະຈາກການຮຽນຮູ້ຊີວິດຂອງບຸກຄົນເຫຼົ່ານີ້ ເຮັດໃຫ້ທີມວິໄຈຮູ້ວ່າ ຄວາມລໍ້າລວຍ ມີໜ້າມີຕາໃນສັງຄົມ ຫຼື ການເຮັດວຽກຢ່າງໜັກນັ້ນບໍ່ແມ່ນຄຳຕອບຂອງຊີວິດທີ່ມີຄວາມສຸກ
ເຊິ່ງຄຳຕອບກໍ່ຄື “ຄວາມສຳພັນທີ່ດີ (Good-Relationships)” ນັ້ນເອງ ຈາກຄວາມເຊື່ອທຳອິດໃນໄວລຸ້ນທີ່ວ່າ ຊື່ສຽງແລະເງິນທອງ ຈະເຮັດໃຫ້ມີຊີວິດທີ່ດີ ແລະມີຄວາມສຸກ.
ແຕ່ການສຶກສາມາຕະຫຼອດໄລຍະ 75 ປີ ກັບພົບວ່າ ບຸກຄົນທີ່ໃຫ້ຄວາມສຳຄັນກັບ “ຄວາມສຳພັນທີ່ດີຕໍ່ຜູ້ຄົນອອ້ມຂ້າງ” ນັ້ນຈະເປັນຜູ້ທີ່ຄົ້ນພົບກັບຄວາມສຸກທີ່ແທ້ຈິງ.
Robert Waldinger ຜູ້ຄວບຄຸມວຽກວິໄຈຄົນປັດຈຸບັນໄດ້ກ່າວເອົາໄວ້ວ່າ ຄວາມສຳພັນທີ່ດີເປັນສິ່ງທີ່ຫຼາຍຄົນເບິ່ງຂ້າມ ມັກຈະຄິດວ່າຊື່ສຽງ ເງິນທອງ ເປັນສິ່ງທີ່ສ້າງຄວາມສຸກໄດ້ງ່າຍກວ່າ ເຮັດໃຫ້ຫຼາຍຄົນເລືອກທີ່ຈະເຮັດວຽກຫາຫາເງິນຢ່າງດຽວ ເພາະຄິດວ່າຄວາມສຳພັນ (Relationships) ເປັນເລື່ອງທີ່ລະອຽດອອ່ນ ຕອ້ງຄອຍເອົາໃຈໃສ່ຢູ່ຕະຫຼອດເວລາ ແລະເປັນເລື່ອງທີ່ຍາກເກີນໄປ
ແຕ່ມັນກໍ່ບໍ່ໄດ້ຍາກອິຫຍັງຂະໜາດນັ້ນ ເພາະວ່າຄວາມສຳພັນທີ່ດີເລີ່ມຕົ້ນຈາກການເງີຍໜ້າຂື້ນມາຈາກຈໍໂທລະສັບ ແລ້ວສົບຕາກັບຄົນທີ່ຢູ່ອອ້ມຂ້າງໆ ຊວນກັນອອກໄປເຮັດອິຫຍັງໃໝ່ໆ ເຕີມເຕັມຄວາມສຳພັນທີ່ຈືດຈາງໃຫ້ມີຊີວິດຊີວາອີກຄັ້ງ ແລ້ວຄວາມສຸກທີ່ໄດ້ກັບມາຈະມີຄ່າຍິ່ງກວ່າເງິນທີ່ຕອ້ງເສຍໄປເສຍອີກ ແຕ່ກວ່າທີ່ເຮົາຈະຮູ້ໂຕກໍ່ສວາຍເກີນໄປເສຍແລ້ວ ເພາະວ່າຊີວິດຂອງຄົນເຮົາມັນສັ້ນຫຼາຍ
ສະຫຼຸບແລ້ວສິ່ງທີ່ສຳຄັນທີ່ສຸດໃນຊີວິດມະນຸດນັ້ນກໍ່ຄື "ຄວາມສຸກ" ແລະສິ່ງທີ່ຈະເຮັດໃຫ້ຊີວິຂອງພວດເຮົາມີຄວາມສຸກນັ້ນກໍ່ຄືການມີ "ຄວາມສຳພັນທີ່ດີ (Good-Relationships)" ກັບຄົນອອ້ມຂ້າງນັ້ນເອງ.
ສຸດທ້າຍຂໍຝາກໄວ້ວ່າ “Good relationships keep us happier and healthier.”
ເຊິ່ງ Mark Twain ເຄີຍກ່າວໄວ້ວ່າ:
"ຊີວິດ ມັນຊ່າງສັ້ນ ແລ້ວກໍ່ສັ້ນເຫຼືອເກີນ ສັ້ນເກີນກວ່າທີ່ຈະມາໂກດເຄືອງກັນ ຜິດກັນ ຫຼືອິດສາລິດສະຫຍາກັນ ຄວນມີແຕ່ເວລາຮັກກັນເທົ່ານັ້ນ ເຊິ່ງສໍ່ານີ້ມັນກໍ່ເກືອບທີ່ຈະບໍ່ພໍຢູ່ແລ້ວ".
ຟັງຂໍ້ມູນເພີ່ມເຕີມໄດ້ທີ່ : https://www.ted.com/.../robert_waldinger_what_makes_a...
Post a Comment