ນັກໂທດປະຫານ 3 ຄົນ
ນະລານປະຫານ....
ມີນັກສຶກສາຄົນອາເມລິກາ 3 ຄົນ ໄປທຽ່ວປະເທດແມັກຊິໂກ ໃນຄືນໜຶ່ງທັງສາມຄົນໄດ້ດື່ມເຫຼົ້າໃນບາຣ ໜັກໄປໜອ້ຍໜຶ່ງ ເມື່ອພາກັນຕື່ນຂື້ນມາກໍ່ພົບວ່າທັງສາມຄົນໄດ້ຕິດຢູ່ໃນຄຸກ ແລະຖືກໂທດຕັດສິນປະຫານຊີວິດໄປເປັັນທີ່ຮຽບຮອ້ຍແລ້ວ ແຕ່ທັງສາມຄົນນັ້ນບໍ່ມີໃຜຈື່ໄດ້ເລີຍວ່າໄປເຮັດອິຫຍັງຜິດມາແນ່ ເນື່ອງຈາກວ່າເມົາຈັດ ເລີຍເຊື່ອວ່າຕົນເອງບໍ່ໄດ້ເຮັດຜິດ ເມື່ອເຖິງມື້ປະຫານຫຼັງຈາກທີ່ນັກສຶກສາຄົນທຳອິດຖືກນຳເຂົ້າໄປນັ່ງເທິງຕັ່ງໄຟຟ້າ ເຂົາກໍ່ເວົ້າອອກມາດວ້ຍສຽງສັ່ນເຊັນວ່າ:
"ຂອ້ຍເປັນນັກສຶກສາຈາກມະຫາວິທະຍາໄລ ແກຣນແຄນຍອນ ຂອ້ຍເຊື່ອໃນພະລັງຂອງພະເຈົ້າ ແລະເຊື່ອວ່າພະເຈົ້າຈະເຂົ້າຂ້າງຜູ້ບໍລິສຸດ"
ພໍແຕ່ສີ້ນສຽງເຈົ້າໜ້າທີ່ກໍ່ສັບສະວິດຕັ່ງປະຫານໄຟຟ້າ ປາກົດວ່າບໍ່ມີຫຍັງເກີດຂື້ນ!
ເຈົ້າໜ້າທີ່ເລີຍເຊື່ອວ່າພະເຈົ້າບໍ່ຕອ້ງການໃຫ້ນັກສຶກສາຄົນນີ້ຕາຍຈຶ່ງໄດ້ປອ່ຍໂຕໄປ
ພໍມາຮອດຕາຂອງນັກໂທດຄົນທີສອງກໍ່ຖືກນຳອອກມານັ່ງຕັ້ງປະຫານໄຟຟ້າ ແຕ່ກອ່ນທີ່ເຈົ້າໜ້າທີ່ຈະສັບສະວິດໄຟ ນັກສຶກສາຄົນທີສອງກໍ່ກ່າວອອກມາວ່າ:
"ຂອ້ຍເປັນນັກສຶກສາກົດໝາຍຢູ່ທີ່ມະຫາວິທະຍາໄລ ແອຣິໂຊນາ
ຂອ້ຍເຊື່ອວ່າກົດໝາຍອັນສັກສິດຈະເຂົ້າຂ້າງຜູ້ບໍລິສຸດສະເໝີ"
ພໍແຕ່ເວົ້າຈົບເຈົ້າໜ້າທີ່ກໍ່ສັບສະວິດໄຟຟ້າລົງທັນທີ ປາກົດວ່າບໍ່ມີຫຍັງເກີດຂື້ນ
ເມື່ອເຫັນເປັນແນວນັ້ນ ເຈົ້າໜ້າທີ່ກໍ່ເລີຍເຊື່ອວ່າກົດໝາຍອັນສັກສິດບໍ່ຕອ້ງການໃຫ້ຊາຍຜູ້ນີ້ຕາຍ ກໍ່ເລີຍຍອມປອ່ຍໂຕນັກໂທດຜູ້ທີສອງໄປ
ຫຼັງຈາກນັ້ນນັກສຶກສາຄົນທີສາມກໍ່ຖືກນຳໂຕມານັ່ງຕັ່ງຊອັດໄຟຟ້າ ເຂົາເລີຍກ່າວຂື້ນວ່າ: "ຂອ້ຍແມ່ນນັກສຶກສາວິສະວະກຳໄຟຟ້າທີ່ມະຫາວິທະຍາໄລ....(ຂໍສະຫງວນລິຂະສິດບໍ່ເອີ່ຍຊື່) ແລະ ຂອ້ຍຈະບອກພວກເຈົ້າວ່າຖ້າພວກເຈົ້າບໍ່ຕໍ່ສາຍໄຟສອງເສັ້ນທີ່ຂາດຢູ່ນັ້ນເຂົ້າດວ້ຍກັນ ຕັ່ງຊອັດໄຟຟ້າໂຕນີ້ຈະບໍ່ມີທາງໃຊ້ການໄດ້"
ຫຼັງຈາກນັ້ນອີກ 5 ນາທີ ວິນຍານຂອງນັກສຶກສາຄົນທີ 3 ກໍໄປສູ່ສຸຂະຕິ.
Post a Comment