Header Ads

test

ວັນກຳມະກອນສາກົນມີທີ່ໄປທີ່ມາແນວໃດ?

 



ວັນທີ 1 ພຶດສະພາ ນອກຈາກເປັນວັນເລີ່ມຕົ້ນຂອງເດືອນໃໝ່ຕາມປະຕິທິນແລ້ວ, ກໍ່ຍັງຖືວ່າເປັນວັນສໍາຄັນອີກວັນໜຶ່ງໃນສາກົນ ກໍ່ຄື ວັນກໍາມະກອນ (May Day) ນັ້ນເອງ. ດັ່ງທີ່ຄົນລາວທຸກຄົນກໍ່ຮູ້ດີວ່າວັນດັ່ງກ່າວແມ່ນໄດ້ຖືກກໍານົດເປັນວັນພັກລັດຖະການໃນທົ່ວປະເທດ ແຕ່ທີ່ມາຂອງວັນນີ້ມີຄວາມເປັນມາຄືແນວໃດນັ້ນ ທາງເພຈກໍ່ເລີຍຢາກແບ່ງປັນຂໍ້ມູນເພື່ອໃຫ້ຜູ້ຕິດຕາມໄດ້ຮັບຊາບ:

ວັນກໍາມະກອນ ຖືເປັນວັນປະຫວັດສາດອັນສໍາຄັນຂອງຊົນຊັ້ນຜູ້ອອກແຮງງານ ເຊິ່ງມີຈຸດເລີ່ມຕົ້ນໃນຊ່ວງສະຕະວັດທີ XVIII-XIX ທີ່ເປັນຍຸກຂອງການອອກແຮງງານໃນພາກສ່ວນອຸດສາຫະກໍາ, ໃນໄລຍະດັ່ງກ່າວແມ່ນຊ່ວງຂອງການເຕີບໃຫຍ່ຂອງພວກກຸ່ມນາຍທຶນ ທີ່ຈ້າງງານກຸ່ມຊົນຊັ້ນກໍາມະກອນ ໂດຍທີ່ນາຍທຶນໄດ້ບັງຄັບ “ລູກຈ້າງ” ເຮັດວຽກມື້ລະ 14-15 ຊົ່ວໂມງ ເຊິ່ງເປັນການອອກແຮງງານທີ່ໜັກໜ່ວງແລະມີຄວາມສ່ຽງຕໍ່ຊີວິດ, ນາຍທຶນໄດ້ຂົ່ມເຫງໃຫ້ກໍາມະກອນໄດ້ເຮັດວຽກໂດຍບໍ່ມີເວລາພັກຜ່ອນ, ຄ່າຈ້າງຕໍ່າ, ບໍ່ໃສ່ໃຈມາດຕະການຄວາມປອດໄພຂອງສະຖານທີ່ ແລະ ບໍ່ມີສະຫວັດດີການສັງຄົມໃດໆ. ໃນໄລຍະຕໍ່ມາ ກໍ່ມີການເຄື່ອນໄຫວຂອງກຸ່ມຜູ້ອອກແຮງງານເພື່ອຕໍ່ສູ້ຕ້ານຊົນຊັ້ນນາຍທຶນແລະຮຽກຮ້ອງໃຫ້ມີການເພີ່ມຄ່າຈ້າງງານ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ.




ເຊິ່ງການເຄື່ອນໄຫວດັ່ງກ່າວ ແມ່ນເລີ່ມຂຶ້ນໃນປີ 1884 ຢູ່ທີ່ເມືອງຊີຄາໂກ ເຊິ່ງເປັນເມືອງຫຼວງອຸດສາຫະກໍາຂອງປະເທດອາເມຣິກາ, ໂດຍມີຂໍ້ຮຽກຮ້ອງຂອງສະຫະພາບແຮງງານ ຫຼື ກຸ່ມຕາງໜ້າຊົນຊັ້ນກໍາມະກອນ ໄດ້ອອກມາຮຽກຮ້ອງໃຫ້ທຸກໆຄົນເຮັດວຽກມື້ລະ 8 ຊົ່ວໂມງ, ຮຽນຮູ້ 8 ຊົ່ວໂມງ ແລະ ພັກຜ່ອນອີກ 8 ຊົ່ວໂມງ. ໃນທີ່ສຸດ, ການເຄື່ອນໄຫວດັ່ງກ່າວກໍ່ປະສົບຜົນສໍາເລັດ ໂດຍອີງໃສ່ເນື້ອໃນຖະແຫຼງການ ວັນທີ 1 ພຶດສະພາ 1886 ທີ່ກໍານົດໃຫ້ນາຍທຶນ ຕ້ອງປະຕິບັດຕາມການສະເໜີຂອງກຳມະກອນ ບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້ 8 ຊົ່ວໂມງ ພັກຜ່ອນ ແລະ 8 ຊົ່ວໂມງຮ່ຳຮຽນ. ຕໍ່ມາ, ໃນກອງປະຊຸມພັກກອມມູນິດສາກົນ ຄັ້ງທີ II ທີ່ປະເທດຝຣັ່ງ ໄດ້ກໍານົດເອົາວັນທີ 1 ພຶດສະພາຂອງທຸກໆປີ ເປັນວັນກຳມະກອນສາກົນ.
ວັນກໍາມະກອນສາກົນ ມີອິດທິພົນອັນສໍາຄັນຕໍ່ກັບສິດຂັ້ນພື້ນຖານຂອງຜູ້ອອກແຮງງານໃນທົ່ວໂລກ, ເຊິ່ງໃນ ສປປ ລາວ ກໍ່ໄດ້ຈັດຕັ້ງການສະເຫຼີມສະຫຼອງໃນທຸກໆປີ ເພື່ອລະນຶກເຖິງມູນເຊື້ອສາມັກຄີຕໍ່ສູ້ຂອງຊາວກຳມະກອນ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງກຳມະກອນ ແລະ ຜູ້ອອກແຮງງານ ໂດຍມີສູນກາງສະຫະພັນກໍາມະບານລາວ ເຊິ່ງມີອົງການຈັດຕັ້ງຮາກຖານໃນທຸກໆກະຊວງທະບວງກົມໃນຂັ້ນສູນກາງແລະທ້ອງຖິ່ນເປັນເຈົ້າການສ້າງຂະບວນການໃນວັນປະຫວັດສາດນີ້.
ໃນຄວາມເປັນຈິງ ບໍ່ສະເພາະແຕ່ ສປປ ລາວ ເທົ່ານັ້ນທີ່ຮັບຮູ້ແລະປະກາດໃຫ້ເປັນມື້ພັກລັດຖະການໃນວັນທີ 1 ພຶດສະພາ, ແຕ່ຍັງມີອີກຫຼາຍໆປະເທດໃນໂລກທີ່ສະເຫຼີມສະຫຼອງໃນມື້ດັ່ງກ່າວ ບໍ່ວ່າຈະເປັນ: ສສ ຫວຽດນາມ, ສປ ຈີນ, ສິງກະໂປ, ການາດາ, ຝຣັ່ງ, ເຢຍລະມັນ, ກຸ່ມປະເທດສະກັງດີນາວີ ຯລຯ. ພອ້ມນີ້, ຫຼາຍໆປະເທດໃນເອີຣົບຍັງຖືວ່າວັນດັ່ງກ່າວ ແມ່ນວັນແຫ່ງການຜັດປ່ຽນລະດູການ ອີກດ້ວຍ.
ຂໍ້ມູນເພີ່ມເຕີມ: ຄໍາວ່າ MayDay ມີຄວາມໝາຍອີກຢ່າງກໍ່ຄືການແຈ້ງເຫດຮ້າຍທີ່ໃຊ້ກັນຢ່າງກວ້າງຂວາງ ເຫັນໄດ້ຈາກຕໍາຫຼວດ, ຄົນຂັບເຮືອບິນ, ນັກດັບເພີງ ແລະ ອົງກອນທີ່ກ່ຽວກັບຄົມມະນາຄົມຕ່າງໆ ເຊິ່ງມັນກໍ່ຄືສຽງທີ່ໃຊ້ຜ່ານວິທະຍຸສື່ສານທີ່ມາຈາກພາສາຝຣັ່ງວ່າ “M’aider” ທີ່ແປວ່າ “ຊ່ວຍຂ້ອຍແດ່” ນັ້ນເອງ (ບໍ່ໄດ້ກ່ຽວຫຍັງກັບວັນກໍາມະກອນ ແຕ່ເຫັນຄໍາສັບໃຊ້ປົນກັນກໍ່ເລີຍຊ່ວຍຊີ້ແຈ້ງ)
ຊົມເຊີຍ ວັນກໍາມະກອນສາກົນ ທີ 1 ພຶດສະພາ ຄົບຮອບ 135 ປີ (1886-2021) ຢ່າງສຸດໃຈ!
ແຫຼ່ງທີ່ມາຂອງຂໍ້ມູນ: https://www.facebook.com/IRLaos/posts/2250343301695377/
----------------------------------------------------
ຖ້າຫາກທ່ານໃດສົນໃຈກຽ່ວກັບການອອກແບບທີ່ຫຼາກຫຼາຍ ແລະ ຢາກໃຊ້ບໍລິການອອກແບບຂອງພວກເຮົາສາມາດຕິດຕໍ່ໄດ້ທີ່:
Facebook Fan page : HUB Design
Email: HUBDesignlao@gmail.com
ສອບຖາມ: 020 5998 3540

No comments