Header Ads

test

ປະຫວັດຄວາມເປັນມາຂອງຕະຫຼາດເຊົ້າ ຕັ້ງແຕ່ອະດີດຈົນເຖິງປັດຈຸບັນ (ຄສ. 1940 - 2021)


ປະຫວັດຄວາມເປັນມາຂອງຕະຫຼາດເຊົ້າ ນັບຕັ້ງແຕ່ເລີ່ມກໍ່ຕັ້ງ ຕັ້ງແຕ່ອະດີດຈົນເຖິງປັດຈຸບັນ (ຄສ. 1940 - 2021)

--------------------------------------------------------------------------
ຕະຫຼາດເຊົ້າ (Talat Sao) ເປັນຕະຫຼາດທີ່ໃຫຍ່ທີ່ສຸດຕັ້ງຢູ່ໃຈກາງເມືອງ ນະຄອນຫຼວງວຽງຈັນ ເຊິ່ງຕັ້ງຢູ່ຫົວມູມຫົນທາງດ້ານຕາເວັນອອກຂອງຖະນົນລ້ານຊ້າງ ແລະ ຖະໜົນຄູວຽງ ຕະຫຼາດເຊົ້າເປີດທຸກມື້ຕັ້ງແຕ່ 7:00 ເຊົ້າ - 16:00 ແລງ.
ເຊີ່ງຄວາມເປັນມາຂອງຕະຫລາດເຊົ້ານີ້ແມ່ນເລີ່ມສ້າງໃນຊ່ວງຊຸມປີ 1940 ທີ່ຍ້າຍມາຈາກເຂດນໍ້າພຸ ໂດຍອາຄານຫລັງທຳອິດທີ່ສ້າງນັ້ນຜູ້ຄົນສ່ວນຫລາຍເອີ້ນວ່າຕຶກໂຕ I


ຕະຫຼາດເຊົ້າ (ຕຶກເກົ່າ) ຕຶກຮູບໂຕ I ໄດ້ຮັບການອອກແບບໂດຍ ສະເດັດເຈົ້າ ສຸວັນນະພູມາ ອາຄານປະກອບມີ 1 ຊັ້ນ ເຊິ່ງໄດ້ມີພິທີເປີດນຳໃຊ້ຢ່າງເປັນທາງການ ໃນວັນທີ 10 ພຶດສະພາ ປີ 1963 ໂດຍມີທ່ານ ໂງ່ນ ຊະນະນິກອນ ແລະ ທ່ານ ລີໂອນາດ ແອສ. ອັງເກີຣ (Leonard S. Unger) ເອກອັກຄະຣາຊະທູດ ອາເມລິກາ ປະຈຳລາວ ໃນສະໄໝນັ້ນ ຂຶ້ນກ່າວໃນພິທີ.



(ວິດີໂອບັນຍາກາດ ພິທີເປີດນຳໃຊ້ອາຄານຕະຫຼາດເຊົ້າຫຼັງທຳອິດ ຕຶກໂຕ I ) ໃນປີ ຄສ. 1963 ທ່ານສາມາດເຂົ້າໄປເບິ່ງໄດ້ທີ່: https://www.facebook.com/Picturefromthepast/videos/152894239381070/ )


ແລະ ມາຮອດຕົ້ນຊຸມປີ 1990 ກໍ່ໄດ້ສ້າງອາຄານຮູບໂຕ U ເພີ່ມໃສ່ທັງສາມດ້ານ ເຊິ່ງປະກອບດ້ວຍສອງຊັ້ນ, ຕຶກທັງສອງ (ຕຶກໂຕ U ແລະ ໂຕ I) ມີຫຼັງຄາທີ່ລາດອຽງຫຼາຍຊັ້ນ.


ຕະຫຼາດເຊົ້າ ເປັນສະຖານທີ່ທ່ອງທ່ຽວຍອດນິຍົມໃນສະໄໝກ່ອນ ເຊິ່ງປະກອບໄປດ້ວຍຮ້ານຄ້ານ້ອຍໆທີ່ຫຼາກຫຼາຍ ເຊັ່ນ: ຮ້ານຂາຍອາຫານ, ຂາຍຜັກ, ໝາກໄມ້, ອັນຍະມະນີ, ຜ້າໄໝ, ວຽກຝີມືໄມ້, ເຄື່ອງດົນຕີ, ເຄື່ອງເອເລັກໂຕຣນິກ, ເຄື່ອງໃຊ້ພາຍໃນຄົວເຮືອນ ເຊັ່ນ: CD, DVD ແລະ ສິນຄ້າອຸປະໂພກ-ບໍລິໂພກຕ່າງໆ...


ໃນປີ 2009 ໄດ້ມີການສ້າງອາຄານ ເຊິ່ງເປັນຕະຫຼາດໃນຮົ່ມຫຼັງໃໝ່ຂຶ້ນມາ ມີຄວາມສູງທັງໝົດ 4 ຊັ້ນ ເຊິ່ງມີສິ່ງອຳນວຍຄວາມສະດວກໃໝ່ໄດ້ແກ່ ສູນການຄ້າສີ່ຊັ້ນ ແລະ ມີບອ່ນຈອດລົດຊັ້ນລອຍ ເຊິ່ງຜູ້ຮັບເໝົາແມ່ນ ບໍລິສັດ Singapore Excalibur Group Pte Ltd ເຊິ່ງເປັນບໍລິສັດສັນຊາດ ສິງກະໂປ ລວມມູນຄ່າການກໍ່ສ້າງທັງໝົດ 27 ລ້ານ USD (ປັດຈຸບັນຍັງບໍ່ສຳເລັດ) ເຊິ່ງເປິດນຳໃຊ້ໄດ້ພຽງແຕ່ບາງຊັ້ນເທົ່ານັ້ນ.

ຫຼ້າສຸດ ເມື່ອວັນທີ 27 ພຶດສະພາ 2020 ທີ່ຜ່ານມາ ບໍລິສັດ ຫົວເຊິນ ພັດທະນາ ຈຳກັດ ໄດ້ເຊັນສັນຍາສຳປະທານພັດທະນາຕະຫຼາດເຊົ້າຕຶກໂຕ U (ຕຶກເກົ່າ), ຕຶກມໍ 1, ມໍ 2 ໂດຍມີອາຍຸສຳປະທານ 40 ປີ ຕຶກໂຕ U ເກົ່າທີ່ເຫຼືອຢູ່ຈະຕ້ອງຖືກທຸບຖິ້ມທັງໝົດ



ນັບຈາກນີ້ເປັນຕົ້ນໄປ ຕຶກເກົ່າຕະຫຼາດເຊົ້າ ເຊິ່ງມີອາຍຸ ຫຼາຍກວ່າ 60 ປີ ຄົງເຫຼືອໄວ້ແຕ່ຕຳນານເລົ່າຂານໃຫ້ລູກຫຼານໄດ້ຟັງແຕ່ຊື່.
ແຕ່ເຖິງຢ່າງໃດກໍ່ຕາມ ຕະຫລາດເຊົ້າບໍ່ແມ່ນອາຄານ ແຕ່ເປັນສາຖານທີ່ ເຖີງຈະມີການປ່ຽນແປງໄປຫລາຍພຽງໃດ ໃນພື້ນທີ່ເຂດນີ້ກໍ່ຍັງຄົງເປັນຕະຫລາດເຊົ້າ ຢູ່ໃນຄວາມຊົງຈຳຂອງຊາວລາວໃນຕໍ່ໄປ...






ຖ້າມີຂໍ້ມູນໃດທີ່ຜິດພາດຕົກຫຼົ່ນທີ່ຈຸດໃດ ແອັດມິນຕ້ອງຂໍໂທດຂໍອະໄພກັນລວ່ງໜ້າຍ້ອນຂໍ້ມູນ ແລະ ຮູບພາບຕ່າງໆທີ່ກຽ່ວຂ້ອງແມ່ນຫາຍາກຫຼາຍ ໂດຍສະເພາະ ການລະບຸປີຂອງຮູບ ແຕ່ກໍ່ໄດ້ພະຍາຍາມຫາມາໄດ້ເທົ່າທີ່ເຫັນ ຫວັງວ່າຄົງຈະເປັນປະໂຫຍດກັບທຸກໆທ່ານ

ຂຽນແລະຮຽບຮຽງໂດຍ: ວິລະ ພູນວົງສາ ( By Vila Phounvongsa)
ເຈົ້າຂອງ ແລະ ແອັດມິນເພຈ HUB Design

ຂອບໃຈທຸກໆທ່ານທີ່ອ່ານຈົນຈົບ❤️
ຖ້າທ່ານໃດອ່ານແລ້ວຮູ້ສຶກວ່າເປັນປະໂຫຍດກັບໂຕທ່ານແລະຄົນອ້ອມຂ້າງ ສາມາດກົດ 👍 ກົດ Share ເພື່ອເປັນກຳລັງໃຈໃຫ້ພວກເຮົາໃນການສ້າງຄອນເທັ້ນດີໆແລະມີສາລະແບບນີ້ຕໍ່ໄປ.
ສຸດທ້າຍຂໍອະນຸຍາດຂາຍເຄື່ອງເດີ:
ຖ້າທ່ານຕ້ອງການຮູ້ສາລະທີ່ໜ້າສົນໃຈກຽ່ວກັບການອອກແບບທີ່ຫຼາກຫຼາຍ ຫຼືຢາກໃຊ້ບໍລິການອອກແບບຂອງພວກເຮົາສາມາດຕິດຕໍ່ໄດ້ທີ່:
Facebook Fan page : HUB Design
Email: HUBDesignlao@gmail.com
ສອບຖາມ: 020 5998 3540
ແຫຼ່ງທີ່ມາຂອງຂໍ້ມູນ ແລະ ຮູບພາບທັງໝົດ:



2 comments:

  1. ຂໍ້ມູນດີຫລາຍ

    ReplyDelete
    Replies
    1. ຂອບໃຈເດີ ຮິມໂຮມໄວ້ໃຫ້ຄົນລຸ້ນຫຼັງໃຫ້ໄດ້ເບິ່ງ ຢ່າງໜ້ອຍໄດ້ເບິ່ງຈາກຮູບປະຍັງດີ

      Delete