ຮູ້ແລ້ວຕ້ອງຕົກໃຈ! ເມື່ອສິ່ງທີ່ມະນຸດສ້າງຂຶ້ນ ເລີ່ມມີປະລິມານຫຼາຍຈົນຈະເຂົ້າມາແທນທີ່ທຳມະຊາດໄດ້ໝົດແລ້ວ
“ເມື່ອປະລິມານມວນລວມຈາກສິ່ງທີ່ມະນຸດສ້າງຂື້ນ (Mass) ເຊັ່ນ ອາຄານ, ຖະໜົນ, ເຄື່ອງໃຊ້ຕ່າງໆ...ມີຫຼາຍກວ່າມວນລວມທາງຊີວະ(Biomass)ເຊັ່ນ ພືດ, ສັດ ທີ່ມີຢູ່ໃນໂລກພາຍໃນປີ2020ທີ່ຜ່ານມານີ້”
----------------------------------------------------------------
ສະຖາບັນວິທະຍາສາດໄວມານຂອງປະເທດອິສລາແອນ(Israel)ໄດ້ຄຳນວນຕົວເລກທີ່ຊີ້ບອກສະພາບການເບື້ອງຕົ້ນ ແລະ ໄດ້ເຜີຍແຜ່ໃນວາລະສານ Nature ເຊິ່ງລະບຸວ່າ ປະລິມານມວນລວມຈາກສິ່ງທີ່ມະນຸດສ້າງຂື້ນຕັ້ງແຕ່ປີ ຄ.ສ.1900 ເຖິງປັດຈຸບັນ ມີປະມານ1.1ເທຣະຕັນ (Teratonne) ຫຼື 1.1ພັນຕື້ກິໂລກຣາມ. ຜົນການສຶກສາຍັງພົບອີກວ່າວັດຖຸທີ່ມະນຸດສ້າງຂື້ນຈະມີການເພີ່ມຂື້ນ2ເທົ່າໃນທຸກໆ20 ແລະ ຖ້າຫາກມະນຸດຍັງຮັກສາອັດຕາສ່ວນນີ້ໄວ້ພາຍໃນປີ2040ປະລິມານມວນລວມຈາກສິ່ງທີ່ມະນຸດສ້າງຂື້ນຈະມີປະມານ3ເທຣະຕັນ (Teratonne) ຫຼື 3ພັນຕື້ກິໂລກຣາມ. ດຣ. ຣອນ ໄມໂລ ຜູ້ນຳທີມວິໄຈເວົ້າວ່າ”ຕົວເລກນີ້ມີຄວາມສຳຄັນໃນຮູບແບບສັນຍະລັກ ໂດຍເປັນຕົວຊີ້ບອກເຖິງບົດບາດນຳຂອງມະນຸດໃນການສ້າງ ແລະ ປ່ຽນແປງໂລກ ລວມເຖິງສິ່ງແວດລອ້ມອ້ອມຂ້າງ ເລື່ອງນີ້ເປັນສາເຫດໃຫ້ພວກເຮົາຕ້ອງທົບທວນເຖິງພຶດຕະກຳການບໍລິໂພກຂອງມະນຸດ ແລະ ຊອກຫາວິທີສ້າງຄວາມສົມດູນລະຫວ່າງໂລກຂອງສິ່ງທີ່ມີຊີວິດກັບມະນຸດຊາດ.
ພາບປະກອບ
---------------------------------------------------------------------
Post a Comment