ປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ 8 ມີນາ ( International Women’s Day)
ຄວາມເປັນມາວັນແມ່ຍິງສາກົນ 8 ມີນາ ( International Women’s
Day) 8 ມີນາ ປີ 2021 ນີ້ຖືເປັນວັນຄົບຮອບ 111 ປີ ຂອງວັນແມ່ຍິງສາກົນ ໃນການທ້ວງສິດຄວາມສະເໝີ
ພາບ, ຄວາມຢຸດຕິທຳ, ສັນຕິພາບ
ແລະ ການພັດທະນາ ແກ່ເອື້້ອຍນ້ອງຍິງໃນທົ່ວໂລກ.
ຈຸດເລີ່ມຕົ້ນຂອງການກ້າວມາເປັນວັນແມ່ຍິງສາກົນ
ແມ່ນເກີດມາຈາກກຳມະກອນແມ່ຍິງໃນໂຮງງານຕ່ຳແຜ່ນແຫ່ງໜຶ່ງໃນລັດນິວຢອກ, ສະຫະລັດອາເມຣິກາ ໄດ້ພາກັນລຸກຮື້ຂຶ້ນປະທ້ວງໃຫ້ນາຍຈ້າງເພີ່ມຄ່າແຮງ ແລະ
ຮຽນຮ້ອງສິດຂອງພວກເຂົາ, ແຕ່ວ່າສຸດທ້າຍກັບຕ້ອງມີແມ່ຍິງເຖິງ 119 ຄົນ ຕ້ອງເສຍຊີວິດຈາກເຫດການນີ້
ໂດຍການທີ່ມີຄົນລັກລອບວາງເພີງເຜົາໂຮງງານທີ່ພວກເຂົານັ່ງຊຸມນຸມຢູ່
ໂດຍເຫດການທັງໝົດນີ້ໄດ້ເກີດຂຶ້ນໃນວັນທີ 8 ມີນາ ປີ ຄ.ສ 1857.
ຈາກນັ້ນຕໍ່ມາໃນປີ ຄ.ສ 1907 ກໍາມະກອນແມ່ຍິງໃນໂຮງງານຕໍ່າແຜ່ນທີ່ເມືອງຊິຄາໂກ, ສະຫະລັດອາເມຣິກາ ທົນບໍ່ໄດ້ຕໍ່ການເອົາລັດເອົາປຽບ, ກົດຂີ່ຂູດຮີດທາລຸນຂອງພວກນາຍຈ້າງທີ່ໃຊ້ແຮງງານພວກເຂົາສ່ຳທາດເນື່ອງຈາກກຳມະກອນເຫຼົ່ານີ້ຕ້ອງເຮັດວຽກໜັກເຖິງ
16-17 ຊົ່ວໂມງຕໍ່ວັນ ໂດຍບໍ່ມີວັນພັກ, ບໍ່ມີປະກັນ ຫຼື ສະຫວັດດິການໃດໆທັງສິ້ນ
ສົ່ງຜົນໃຫ້ເກີດມີການເຈັບເປັນລົ້ມຕາຍໃນໄລຍະເວລາພຽງສັ້ນໆ ແຕ່ພັດໄດ້ຮັບຄ່າແຮງຕ່ຳ ແລະ
ຖ້າຫາກແມ່ຍິງຄົນໃດຖືພາກໍຈະຖືກໄລ່ອອກ.
ຍ້ອນຄວາມອັດອັ້ນຕັນໃຈ ຈຶ່ງເຮັດໃຫ້ ນາງ
ຄລາຣາ ເຊດຄິນ ນັກການເມືອງແມ່ຍິງສາຍແນວຄວາມຄິດສັງຄົມນິຍົມຊາວເຢຍລະມັນ
ໄດ້ຕັດສິນໃຈປຸກລະດົມບັນດາກຳມະກອນແມ່ຍິງ ດ້ວຍການນັດຢຸດງານໃນວັນທີ 8 ມີນາ ປີ ຄ.ສ 1907
ພ້ອມກັນນັ້ນກໍໄດ້ຮຽກຮ້ອງໃຫ້ນາຍຈ້າງຫຼຸດເວລາການເຮັດວຽກລົງໃຫ້ເຫຼືອ 8 ຊົ່ວໂມງຕໍ່ວັນ, ນອກຈາກນັ້ນຍັງໃຫ້ປັບປຸງສະຫວັດດີການທຸກຢ່າງ
ແລະ ໃຫ້ແມ່ຍິງມີສິດອອກສຽງເລືອກຕັ້ງອີກດ້ວຍ. ຢ່າງໃດກໍຕາມ ເຖິງວ່າການຮຽກຮ້ອງໃນຄັ້ງນີ້
ຈະບໍ່ໄດ້ຮັບຜົນສຳເລັດຍ້ອນວ່າມີແຮງງານແມ່ຍິງຫຼາຍຮ້ອຍຄົນຖືກຈັບກຸ່ມຄຸມຂັງ
ແຕ່ມັນກໍໄດ້ເຮັດໃຫ້ມີແມ່ຍິງທົ່ວໂລກສະໜັບສະ ໜູນການກະທຳຂອງ ນາງ ຄລາຣາ ເຊດຄິນ
ພ້ອມທັງເປັນການຈູດຊະນວນໃຫ້ແມ່ຍິງທົ່ວໂລກເລີ່ມຄຳນຶງເຖິງສິດທິຂອງຕົນເອງຫຼາຍຂຶ້ນ.
ຕໍ່ມາໃນວັນທີ 8 ມີນາ ປີ ຄ.ສ 1908 ໄດ້ມີກໍາມະກອນແມ່ຍິງຫຼາຍກວ່າ 15.000 ຄົນຮ່ວມເດີນຂະບວນທົ່ວເມືອງນິວຢອກ
ຮຽກຮ້ອງໃຫ້ຢຸດຕິການໃຊ້ແຮງງານເດັກນ້ອຍໂດຍມີຄຳຂວັນໃນການປຸກລະດົມວ່າ
“ຂະໜົມປັງກັບດອກກຸຫຼາບ”
ເຊິ່ງໝາຍເຖິງການໄດ້ຮັບອາຫານທີ່ພຽງພໍພ້ອມໆກັບຄຸນນະພາບຊີວິດທີ່ດີ. ຈົນມາເຖິງ ວັນທີ 8 ມີນາ ປີ ຄ.ສ 1910
ຄວາມພະຍາຍາມຂອງກໍາມະກອນແມ່ຍິງກຸ່ມດັ່ງກ່າວກໍປະສົບຜົນສຳເລັດ ເມື່ອມີຕົວແທນແມ່ຍິງຈາກ
17 ປະເທດເຂົ້າຮ່ວມປະຊຸມສະມັດຊາແມ່ຍິງສັງຄົມນິຍົມ
ຄັ້ງທີ 2 ທີ່ເມືອງໂຄເປັນເຮເກນ ປະເທດເດັນມາກ
ໂດຍໃນທີ່ປະຊຸມໄດ້ປະກາດຮັບຮອງຂໍ້ຮຽກຮ້ອງຂອງບັນດາກຳ ມະກອນແມ່ຍິງໃນລະບົບສາມ 8 ຄື: ຍອມໃຫ້ຫຼຸດເວລາເຮັດວຽກເຫຼືອມື້ລະ 8 ຊົ່ວໂມງ, ໃຫ້ເວລາສຶກສາຫາຄວາມຮູ້ເພື່ອພັດທະນາຄວາມສາມາດຂອງໂຕເອງອີກ 8 ຊົ່ວໂມງ ແລະ ອີກ 8 ຊົ່ວ ໂມງເປັນເວລາພັກຜ່ອນ.ພ້ອມກັນນີ້, ຍັງໄດ້ປັບຄ່າແຮງງານຂອງແຮງງານແມ່ຍິງໃຫ້ເທົ່າທຽມກັບແຮງງານຜູ້ຊາຍ ແລະ
ຍັງມີການຄຸ້ມຄອງສະຫວັດດີການແມ່ຍິງ ແລະ ແຮງງານເດັກນ້ອຍນຳອີກ.
ພ້ອມທັງໄດ້ຮັບຮ້ອງຂໍ້ສະເໜີຂອງ ຄລາຣາ ເຊດຄິນ ໂດຍ ການກຳນົດໃຫ້ວັນທີ 8 ມີນາ ຂອງທຸກໆປີເປັນ “ວັນແມ່ຍິງສາກົນ”.
ຜົນກະທົບທີ່ເກີດຂື້ນໃນທົ່ວໂລກ:
ວັນແມ່ຍິງສາກົນ ບໍ່ໄດ້ເປັນພຽງມື້ທີ່ກຸ່ມແມ່ຍິງທົ່ວໂລກສະຫຼອງເທົ່ານັ້ນ
ແຕ່ມັນຍັງເປັນມື້ທີ່ອົງການສະຫະປະຊາຊາດໄດ້ຮ່ວມສະ ເຫຼີມສະຫຼອງ ແລະ
ອີກຫຼາຍປະເທດໄດ້ກຳນົດໃຫ້ມື້ດັ່ງກ່າວເປັນມື້ພັກປະຈຳຊາດ ເປັນຕົ້ນເຊັ່ນ:
ປະເທດລາວຂອງພວກເຮົາ, ສສ ຫວຽດນາມ, ກຳປູເຈຍ ແລະ ປະເທດອື່ນໆ.
-------------------------------------------------------
#ປະຫວັດວັນແມ່ຍິງ
#8ມີນາ
Post a Comment