ເປັນຫຍັງ? ຈຶ່ງຕ້ອງມີ "ການອອກແບບ" (Why is it necessary to design?)
1. ການອອກແບບແມ່ນຫຍັງ? (What is the design?)
ການອອກແບບຂອງມະນຸດໃນຍຸກດຶກດຳບັນ
ຂໍຂອບໃຈຮູບພາບຈາກ: https://medicine-man.net/2017/11/07/how-does-design-effect-our-lives/
ການອອກແບບ (Design) ໝາຍເຖິງການສ້າງສັນສິ່ງໃໝ່ ຫຼື ປັບປຸງດັດແປງສິ່ງທີ່ມີຢູ່ໃຫ້ດີຂຶ້ນ ແລະ ມີຮູບແບບປ່ຽນໄປຈາກເດີມ ເປັນການຖ່າຍທອດຮູບແບບຈາກຄວາມຄິດອອກມາເປັນຜົນງານທີ່ຜູ້ອື່ນສາມາດແນມເຫັນ ແລະ ຮັບຮູ້ ຫຼື ສັບຜັດໄດ້ ຜູ້ທີ່ອອກແບບຈະຖືກເອີ້ນວ່າ “ນັກອອກແບບ” (Designer)
“Design means... beautiful solutions”.
ການອອກແບບໝາຍເຖິງ...ການແກ້ໄຂບັນຫາທີ່ສວຍງາມ
2. “ການອອກແບບ” ມັນສຳຄັນແນວໃດຕໍ່ການດຳລົງຊີວິດ? (How important is design in life)
ທຸກສິ່ງທີ່ເຮົາພາກັນໃຊ້ໃນຊີວິດປະຈຳວັນລ້ວນແລ້ວແຕ່ໄດ້ຮັບການອອກແບບມາແລ້ວທັງນັ້ນ
ຂໍຂອບໃຈຮູບພາບຈາກ: https://medicine-man.net/2017/11/07/how-does-design-effect-our-lives/
ຖ້າຫາກທ່ານລອງສັງເກດດີໆເຮົາຈະສາມາດສຳຜັດໄດ້ວ່າເຮົາດຳລົງຊີວິດຢູ່ກັບການອອກແບບໃນທຸກໆມື້ ເກືອບທຸກໄລຍະເວລາຂອງຊີວິດກັນຢູ່ແລ້ວ ບໍ່ທາງໃດກໍ່ທາງໜຶ່ງ ເຊັ່ນ: ເສື້ອຜ້າທີ່ເຮົາສວມໃສ່ (Fashion Design), ຕັ່ງທີ່ເຮົານັ່ງ, ໂຕະທີ່ເຮົາໃຊ້ (Furniture Design) ຫຼື ລົດທີ່ເຮົາຂັບ (Automotive Engineering Design) ເປັນປະຈຳຢູ່ແລ້ວ ເຊິ່ງທຸກໆສິ່ງອ້ອມໂຕເຮົາມັກຈະມີການອອກແບບເຊື່ອງຢູ່ໃນນັ້ນສະເໝີ.
“Everything is designed. A few things are designed well”.
..Most of the times..
ທຸກສັບພະສິ່ງໄດ້ຮັບການອອກແບບມາແລ້ວ. ບາງສິ່ງໄດ້ຖືກອອກແບບມາແລ້ວຢ່າງດີ
...ເກືອບຕະຫຼອດເວລາ...
3. ເປັນຫຍັງ? ທ່ານຈຶ່ງຕ້ອງການ “ວຽກອອກແບບ” (Why do you need the design work?)
“ການອອກແບບ” ຖ້າຫາກເຮົາເບິ່ງກັນໃນທາງເສດຖະກິດການຄ້າ, ທາງອຸດສາຫະກຳແລ້ວ ມັນເປັນສິ່ງທີ່ມີເອົາໄວ້ເພື່ອ “ເພີ່ມມູນຄ່າ” (value addition) ໃຫ້ກັບສິນຄ້າ ແລະ ໃຊ້ເພື່ອການໂຄສະນາສິນຄ້າ ຫຼື ຜະລິດຕະພັນເຫຼົ່ານັ້ນອອກໄປສູ່ຜູ້ບໍລິໂພກ (Products Branding).
ສວ່ນໃນມຸມມອງຂອງບຸກຄົນທົ່ວໄປອາດຈະເຫັນວ່າການອອກແບບນັ້ນບໍ່ໄດ້ຈຳເປັນ ແລະ ເປັນພຽງສິ່ງທີ່ສວຍງາມ ແລະ ຟູມເຟືອຍ (Luxury things) ແຕ່ວ່າສຸດທ້າຍແລ້ວທຸກຄົນກໍ່ຕ້ອງໄດ້ສຳຜັດກັບວຽກອອກແບບຢູ່ຕະລອດບໍ່ຫຼາຍກໍ່ໜ້ອຍ ໂດຍທີ່ຄວາມຕ້ອງການຂອງແຕ່ລະບຸກຄົນກໍຈະມີຫຼາຍ ມີໜ້ອຍ ແຕກຕ່າງກັນອອກໄປ.
“Fine feather makes fine bird”.
"ໄກ່ງາມຍ້ອນຂົນ ຄົນງາມຍ້ອນແຕ່ງ"
4. ຂໍ້ດີຂອງ “ວຽກອອກແບບ” ຕໍ່ທຸລະກິດ (The advantages of the design works to the business)
ຂໍຂອບໃຈຮູບພາບຈາກ: https://www.macworld.co.uk/how-to/remote-access-control-mac-3594139/
• ຊ່ວຍສ້າງເອກະລັກໃຫ້ກັບຜະລິດຕະພັນ ຫຼື ວຽກບໍລິການ (Unique)
ເຊັ່ນ: ສິນຄ້າຍີ່ຫໍ້ Apple ກໍ່ຈະມີ iphone, MacBook Air, ມີການອອກແບບທີ່ເປັນເອກະລັກໂດຍມີຮູບກາໝາກແອັບເປິນຖືກກັດຢູ່ທາງຫຼັງທີ່ເບິ່ງແລ້ວມີຄວາມລຽບງ່າຍ ແຕ່ມີສະເໜ່ ໜ້າຫຼົງໄຫຼ.
• ຊ່ວຍປະຊາສຳພັນໂຄສະນາ ແລະໃຫ້ຂໍ້ມູນແກ່ຜູ້ບໍລິໂພກ (Advertisement and Public Relation) ເຊັ່ນ: ພວກ Graphic Info ຕ່າງໆ.
ຕົວຢ່າງຂອງຮູບພາບ Graphic Info
ຂໍຂອບໃຈຮູບພາບຈາກ: https://www.facebook.com/longtunman/photos/a.113656345833649/1016480492217892/
----------------------------------------------------------------------------------------
ຂອບໃຈທີ່ອ່ານຈົນຈົບ ຫວັງວ່າທ່ານຈະພໍເຂົ້າໃຈແລ້ວວ່າ ເປັນຫຍັງ? ເຖິງຕ້ອງມີ “ການອອກແບບ”
ຖ້າທ່ານຕ້ອງການຮູ້ສາລະທີ່ໜ້າສົນໃຈກຽ່ວກັບການອອກແບບທີ່ຫຼາກຫຼາຍ ຫຼືຢາກໃຊ້ບໍລິການອອກແບບຂອງພວກເຮົາສາມາດຕິດຕໍ່ໄດ້ທີ່:
Facebook Fan page : HUB Design
Email: HUBDesignlao@gmail.com
ສອບຖາມ: 020 5998 3540
ແຫຼ່ງທີ່ມາຂອງຂໍ້ມູນ ແລະຮູບພາບ:
Post a Comment